尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ສ​ປ​ປ ເກົາ​ຫຼີ​ ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຍຸກ​ໃໝ່

2019-01-11 11:38:52 cri

ຕາມ​ຂ່າວCRI: ວັນ​ທີ 10 ມັງ​ກອນ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຍິນ​ດີ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ກັບ​ຝ່າຍສ​ປ​ປເກົາ​ຫຼີ,ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ຍຸດ​ທະ​ສາດ,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຍຸກ​ໃໝ່,ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ທາງ​ການ​ເມືອງ​ຢ່າງ​ຕໍ່​ເນື່ອງ,ເພື່ອ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​​ຂອງ​ພາກ​ພື້ນ​ແລະຂອງ​ໂລກ.
 

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ກີມ​ເຈີງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫຼີ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ສ​ປ​ປ ເກົາ​ຫຼີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ. ​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ ລູ້​ຄ່າງ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມັງ​ກອນ​ນີ້ວ່າ:

“ຈີນ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກີມ​ເຈີງ​ອຸນ​​ທີ່​ເດີນ​ທາງ​ມາຢ້ຽມ​ຢາມ​ຈີນ​ໃນ​ໂອ​ກາດ​ຈີນ​ແລະ​ສ​ປ​ປ​ເກົາ​ຫຼີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ ແລະ ການ​ເລີ່ມ​ຕົ້ນ​ປີ​ໃໝ່. ທ່ານ ສີ​ຈິ້ງ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດກີມ​ເຈີງ​ອຸນ. ຜູ້​ນຳ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາ​ມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ພົວ​ພັນລະ​ຫວ່າງ​ຈີນ-ສ​ປ​ປ​ເກົາ​ຫຼີ​ແລະ​ບັນ​ຫາ​​ທີ່​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ,ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ.”
 

ທ່ານ ລູ້​ຄ່າງ ​ກ່າວ​ອີກວ່າ: ພັກ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​​ບົນ​ຈິດ​ໃຈມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ສ​ປ​ປ​ເກົາ​ຫຼີ,​ການປົກ​ປັກ​ຮັກ​ສາ,ພັດ​ທະ​ນາ​ແລະ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ແມ່ນ​ທິດ​ທາງ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ພັກ​ແລະ​ລັດ​ຖະ​ບານ​ຈີນ​.

ຄຳ​ເຫັນ

0