吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໂຄງການ “​ແສງ​ສະຫວ່າງ​ເພື່ອ​ການ​ກຸສົນ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ” ຂອງຈີນ​ໄດ້​ຊ່ວຍ​ເຫຼືອ​ປິ່ນປົວ​ແກ່ນ​ຕາ​ຂຸ້ນຊາວມຽນມາ​ຫຼາຍ​ກວ່າ 1000 ຄົນ

2019-01-11 17:26:35 cri

ວັນ​ທີ 10 ມັງກອນ​ນີ້, ທ່ານ​ຊຽວ​ເວ້ ທີ່​ປຶກສາ​ສະຫະພັນ​ຊາວ​ຈີນ​ຕ່າງ​ດ້າວສປ.ຈີນ, ຫົວໜ້າມູນ​ນິທິສາທາລະນະປະ​ໂຫຍ​ດຊາວ​ຈີນ​ຕ່າງ​ດ້າວຈີນໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນ​ລານ​ໂຈ່​ວ​ແຂວງ​ກ່ານ​ຊູ້​ສປ.ຈີນວ່າ: ​ໄປ​ຄຽງ​ຄູ່​ກັບ​ການ​ຊຸກຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂຄງການ “​ແສງ​ສະຫວ່າງ​​ເພື່ອ​ການ​ກຸສົນ​ຂອງຊາວ​ຈີນ​ຕ່າງ​ດ້າວ” ກໍ​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ບັນດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ​​ໃຫ້​ບໍລິການຢູ່​ມຽນມາ​ໃນ​ປີ 2017. ຮອດ​ປັດຈຸບັນ​ນີ້, ​ໄດ້​ສົ່ງ​ກອງ​ການ​ປິ່ນປົວໜ່ວຍ​ແພດສາກົນ 5 ໜ່ວຍມຽນມາ ​ເພື່ອ​ຜ່າ​ຕັດ​ໃຫ້​ຜູ້​ທຸກ​ຍາກ​ທີ່​ເປັນ​ແກ່ນ​ຕາ​ຂຸ້ນ​ຫຼາຍ​ກວ່າ 1000 ຄົນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.

​ໂຄງການ “​ແສງ​ສະຫວ່າງ​ເພື່ອ​ການ​ກຸສົນ​ຂອງຊາວ​ຈີນ​ຕ່າງ​ດ້າວ” ​ເປັນ​ໂຄງການ​ທີ່​ມີຊື່​ສຽງ​ຂອງ​ສະຫະພັນ​ຊາວ​ຈີນ​ຕ່າງ​ດ້າວສປ.ຈີນ ​ເພື່ອ​ສາທາລະນະ​ປະ​ໂຫຍ​ດ ​ເຊິ່ງ​ໄດ້​ເປີດ​ໃຫ້ບໍລິການ​ໃນ​ປີ 2005 ​ແລະ​ຮອດ​ປັດຈຸບັນ​ນີ້ ​ໄດ້​ຊ່ວຍ​ເຫຼືອ​ຜູ້​ເປັນ​​ແກ່ນ​ຕາ​ຂຸ້ນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ຫຼາຍ​ກວ່າ 1 ໝື່ນ​ຄົນ.

ຄຳ​ເຫັນ

0