吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສືບ​ທອດ​ສີມືຕັດ​​ເຈ້ຍທີ່​ເປັນ​ມໍລະດົກ​ວັດ​ທະ​ທຳນາມ​ມະ​ທຳ​ຂອງ​ຈີນ

2019-01-11 17:27:34 cri

ວັນ​ທີ 10 ມັງກອນ​ນີ້, ທ່ານນາງ​ຮຸ້ຍຟູ​ຈຸ່ນ​ໄດ້​ຕັດ​ເຈ້ຍ​ຢູ່​ເຮືອນ​ຂອງຕົນ​ໃນ​ເມືອງ​ເຈີ້ນ​ຢວນນະຄອນ​ຊິ້ງຢາງ​ແຂວງ​ກ່ານ​ຊຸ້. ທ່ານນາງ​ຮຸ້ຍຟູ​ຈຸ່ນ​ເປັນ​ຜູ້​ສືບ​ທອດສີມື​ຕັດ​​ເຈ້ຍຊິ້ງຢາງລະດັບ​ແຂວງ​ກ່ານຊູ້ ​ເຊິ່ງ​ໄດ້​ຮຽນ​ສີມື​ນີ້​ນຳ​ແມ່​ເຖົ້າຊື່ ທ່ານ​ນາງ​ຊີ​ສິ້ວ​ເມ ​ເຊິ່ງ​ເປັນ​ສິລະປິນການຕັດ​ເຈ້ຍ​ຂອງ​ຈີນ. ຜົນງານ​ການ​ຕັດ​ເຈ້ຍ​ຂອງ​ທ່ານ​ນາງ​ຮຸ້ຍຟູ​ຈຸ່ນ​​ໄດ້​ເຊື່ອມ​ໂຍງ​ວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ ​ແລະ​ມີສີສັນ​ພິ​ເສດ​ຢູ່ນະຄອນ​ຊິ້ງຢາງ ​ເຊິ່ງ​ໄດ້​ຈຳໜ່າຍ​ໃຫ້​​ແຫ່ງ​ຕ່າງໆ​ຂອງ​ຈີນ ກໍ​ຄື​ຕ່າງປະ​ເທດ ​ເຊັ່ນ: ​ເຢຍລະ​ມັນ, ຝຣັ່ງ ​ແລະ​ອື່ນໆ. ​ເພື່ອ​ສືບ​ທ້ອດສີມື​ຕັດ​ເຈ້ຍ​ຊິ້ງຢາງ, ທ່ານ​ນາງ​ໄດ້ຈັດ​ການ​ຝຶກ​ອົບຮົມຢູ່​ມະຫາວິທະຍາ​ໄລ​ຜູ້ອາຍຸ​ສູງ​ ​ແລະ​ໂຮງຮຽນ​ປະຖົມ​ໃຫ້​ຜູ້​ມັກ​ຮັກ​ສິລະ​ປະການ​ຕັດ​ເຈ້ຍ​ຫຼາຍ​ກວ່າ 200 ຄົນ. ທ່ານ​ນາງ​ຫວັງ​ວ່າ: ຈະມີ​ຄົນ​ຫຼາຍ​ກວ່າ​ເກົ່າ​​ໃຫ້ຄວາມ​ສົນ​ໃຈປະ​ຫວັດ​ສາດ ​ແລະ​​ວັດທະນະທຳ​ຂອງ​ສິນລະປະການຕັດ​ເຈ້ຍ​ຊິ້ງຢາງ ​ແລະຈະ​ເປັນ​ການສືບ​ທອດຕໍ່​ໄປ.

 

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_71c1435b-66ef-4cf2-9d0f-c18658d13e8b

ຄຳ​ເຫັນ

0