黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະນາຄານ​ໂລກ​ປະກາດ​ຂັ້ນຕອນ​ການ​ຄັດເລືອກຜູ້ອຳນວຍການ​​ໃຫຍ່ຄົນ​ໃໝ່

2019-01-11 15:50:49 CRI

ທະນາຄານ​ໂລກ​ໄດ້​ປະກາດ​ຂັ້ນຕອນ​ການ​ຄັດ​ເລືອກ​ຜູ້ອຳນວຍການ​​ໃຫຍ່​ຄົນໃໝ່​ໃນ​ວັນ​ທີ 10 ມັງກອນ​ນີ້ ​ໂດຍ​ມີ​ແຜນ​ຈະ​ຄັດ​ເລືອກ​ຜູ້ອຳນວຍການ​​ໃຫຍ່ຄົນ​ໃໝ່​ກ່ອນ​ຈະ​ຈັດ​ກອງ​ປະຊຸມ​ລະດູ​ໃບ​ໄມ້​ປົ່ງ​ໃນ​ເດືອນ​ເມສາ​ປີ​ນີ້ ​ເພື່ອ​ເຂົ້າ​ແທນ​ທ່ານ​ກິມຢົງ ທີ່​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ທີ 1 ກຸມພາ​ໜ້າ​ນີ້.

ທະນາຄານ​ໂລກ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ດັ່ງກ່າວ​ວ່າ: ຄະນະ​ອຳ​ນວຍ​ການ​ບໍລິຫານ​ງານ​ທະນາຄານ​ໂລກ​ໄດ້​ໄຂ​ກອງ​ປະຊຸມ​ໃນ​ວັນ​ທີ 9 ມັງກອນ​ນີ້ ​ເພື່ອ​ປຶກສາ​ຫາລື​ຂັ້ນຕອນ​ການ​ຄັດ​ເລືອກ​ຜູ້ອຳນວຍການ​ໃຫຍ່​ຄົນ​ໃໝ່ ​ແລະ ​ໄດ້​​ເນັ້ນໜັກເຖິງການ​​​ເຄົາລົບຫຼັກການ​ທີ່​ເປີດ​ເຜີຍ, ​ເລືອກ​ຜູ້ດີ​ເດັ່ນ​ມີ​ຄວາມ​ສາມາດ ​ແລະ ​ເປີດ​ກວ້າງ​ໃນ​ການ​ຄັດ​ເລືອກ​ຜູ້ອຳນວຍການ​ໃຫຍ່​ຄົນ​ໃໝ່.

ຖະ​ແຫຼງການ​ລະບຸວ່າ: ຜູ້​ລົງສະໝັກ​ຮັບ​ເລືອກ​ຕັ້ງຜູ້ອຳນວຍການ​ໃຫຍ່​ຄົນ​ໃໝ່ຕ້ອງ​ມາ​ຈາກ​ປະ​ເທດ​ສະມາຊິກ​ທະນາຄານ​ໂລກ ທັງ​ຕ້ອງ​ມີ​ຄຸນ​ທາດ​ດັ່ງ​ນີ້: ມີ​ປະຫວັດ​ຄວາມ​ສາມາດ​ນຳພາ​ທີ່​ດີ, ມີ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ອົງການ​ຈັດຕັ້ງສາກົນ​ຂະໜາດ​ໃຫຍ່, ຄຸ້ນ​ເຄີຍ​ກັບ​ພາກສ່ວນ​ສາທາລະນະ, ມີ​ຄວາມ​ສາມາດ​ໃນ​ການ​ຊີ້​ແຈງ​ວິ​ໄສ​ທັດ​ໃນພາລະ​ໜ້າ​ທີ່​ການ​ພັດທະນາ​ທະນາຄານ​ໂລກ​ຢ່າງ​ຈະ​ແຈ້ງ, ​ມີ​ຄວາມເດັດດ່ຽວຕໍ່​ຄຳ​ໝັ້ນສັນຍາ​ ແລະ ສະໜັບສະໜູນ​ການ​ຮ່ວມ​ມືຫຼາຍຝ່າຍ, ມີ​ທັກ​ສະ​ໃນ​ການ​ແລກປ່ຽນ​ທາງ​ການ​ທູດ ​ແລະ ສາມາດ​ປະຕິບັດ​ໜ້າ​ທີ່​​ຕຳ​ແໜ່​ງຢ່າງຍຸຕິ​ທຳ​ແລະ​ພາວະ​ວິ​ໄສ ​ເປັນຕົ້ນ.

ຄຳ​ເຫັນ

0