李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ວາງຢີ້ ​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັງ​ກິດທາງໂທ​ລະ​ສັບ

2019-01-11 16:15:34 cri

    ວັນ​ທີ 10 ມັງ​ກອນນີ້, ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ທ່ານ ເຈ​ເຣ​ມີ ຮັນ​ທ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ ເພື່ອ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສາຍ​ພົວ​ພັນ​ຈີນ-ອັງ​ກິດ​ແລະ​ບັນ​ຫາ​ມຽນ​ມາ.

    ທ່ານ ວາງຢີ້ ກ່າວ​ວ່າ: ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​​ພາບ​ການ​ສາ​ກົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ແນ່ນອນ​ໃນ​ປັດ​ຈຸ​ບັນ, ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ, ຈີນ​ແລະ​ອັງ​ກິດ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ທາງ​ຍຸດ​ທະ​ສາດ ແລະ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ແຫ່ງ​ການ​ສ້າງ​ຄວາມ​ໝັ້ນ​ຄົງ. ຫວັງ​ວ່າ ອັງ​ກິດ​ຈະ​ຫາທາງ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ທີ່​ມີ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ຝ່າຍ ແລະ ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັ​ດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ປອດ​ໄສ, ພ້ອມ​ກັນຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ສ້າງ “ຍຸກ​ຄຳ” ຂອງ​ການ​ພົວ​ພັນ​ຈີນ-ອັງ​ກິດນັ້ນ​ຢ່າງ​ແທ້​ຈິງ. ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ, ທ່ານ ວາງຢີ້ ກ່າວ​ວ່າ: ວຽກ​ງານ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ແມ່ນ​​ຊຸກ​ຍູ້​ໃຫ້​ມຽນ​ມາ​ແລະ​ບັງ​ກາ​ລະ​ເດັດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ລະ​ຫວ່າງ​ສອງ​ຝ່າຍ, ເລີ່ມດຳ​ເນີນ​ວຽກ​ງານສົ່ງ​ຊາວ​ອົບ​ພະ​ຍົບ​ກຸ່ມ​ທຳ​ອິດ​ກັບຄືນ​ປະ​ເທດໂດຍ​ໄວ, ເສີມ​ຂະ​ຫຍາຍ​ບົດ​ບາດ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ.

    ທ່ານ ຮັນ​ທ໌ ກ່າວ​ວ່າ, ອັງ​ກິດ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​​ພັດ​ທະ​ນາ​ການພົວ​ພັນ​ກັບ​ຈີນ, ຍ້ອງ​ຍໍ​ຊົມ​ເຊີຍ​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ, ຍິນ​ດີ​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັບ​ຈີນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ, ບັນ​ຫາ​ຈຸດ​ເຄັ່ງ​ຮ້ອນ​ທີ່​ກ່ຽວ​ຂ້ອງ​ເຊິ່ງ​ລວມ​ທັງ​ບັນ​ຫາ​ມຽນ​ມາ.

ຄຳ​ເຫັນ

0