黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ສີ​ຊ່ານ​ເຂົ້າ​ຮ່ວມງານ​ລ້ຽງລະ​ນຶກ​ຈີນ​-ອາ​ເມ​ຣິ​ກາ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 40 ປີ

2019-01-11 16:26:04 cri

ວັນ​ທີ 10 ມັງ​ກອນ​ນີ້, ​ງານ​ລ້ຽງ​ລະ​ນຶກ​ຈີນ-ອາ​ເມ​ຣິ​ກາ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 40 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ຫວາງ​ສີ​ຊ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ປາ​ໄສ.

ທ່ານ​ຫວາງ​ຊີ​ຊ່ານ ກ່າວ​ວ່າ, ​ເມື່ອ​ຫວນ​ຄືນ 40 ປີ​ຜ່ານ​ມາ, ການ​ພົວ​ພັນ​ຈີນ​ແລະ​ອາ​ເມ​ຣິ​ກາ​​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ກ້າວ​ໄປ​ຂ້າງ​ໜ້າ, ​ທັງໄດ້​ຮັບ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ທີ່​ຄົນ​ທັງ​ຫຼາຍ​ນຶກ​ບໍ່​ເຖິງ, ບໍ່​ພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ຍັງໄດ້​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ຢ່າງ​ແຂງ​ແຮງ.

ທ່ານ​ຫວາງ​ສີ​ຊ່ານ​ເນັ້ນ​ໜັກ​ວ່າ, ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້ພົບ​ປະ​ສົນ​ທະ​ນາ​ກັນ, ໂທ​ລະ​ສັບ​ຢ່າງ​ສຳ​ເລັດ​ຜົນ​ແລະ​ສົ່ງ​ສານອວຍ​ພອນເຊິ່ງ​ກັນ​ແລະ​ກັນ​ເນື່ອງ​ໃນ​ໂອ​ກາດ​ທີ່​ຈີນ​ແລະ​ອາ​ເມ​ຣິ​ກາ​ສ້າງ​​ຕັ້ງສາ​ຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 40 ປີ​, ​ສອງ​ຝ່າຍ​ຕັ້ງ​ໜ້າ​ຕີ​ລາ​ຄາ​ການ​ຂະ​ຫຍາຍ​ຕົວ​ ຂອງ​ການ​ພົວ​ພັນ​ຈີນ​ແລະ​ອາ​ເມ​ຣິ​ກາ​​ທີ່​ມີ​ລັກ​ສະ​ນະ​ປະ​ຫ​ວັດ​ສາດໃນ 40 ປີ​ຜ່ານ​ມາ, ​ທັງ​ໄດ້​ຊີ້​ທິດ​ເຍື້ອງ​ທາງການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ​. ສອງ​ຝ່າຍ​ຄວນ​ຈື່​ຈຳ​​ຈຸດ​ປະ​ສົງ​​ແຕ່​ຫົວ​ທີ​ໃນກາ​ນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​​ທາງ​ການ​ທູດຈີນ​ແລະ​ອາ​ເມ​ຣິ​ກາ, ຍຶດ​ທິດ​​ໝັ້ນ​ທາງພື້ນ​ຖານ​ການ​ປະ​ສານ​ງານ​ກັນ, ຮ່ວມ​ມື​ກັນ​ແລະ​ມີ​ຄວາມ​ໝັ້ນ​ທ່ຽງ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ແຫວ​ງສິ່ງ​ທີ່​ຄື​ກັນແລະ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ, ຍຶດ​ໝັ້ນ​ຖະ​ແຫຼງ​ການ​ຮ່ວມ​ຈີນ-ອາ​ເມ​ຣິ​ກາ​ສາມ​ສະ​ບັບ​ແລະ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ເຄົາ​ລົບ​ສິດ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ໃນ​ການ​ພັດ​ທະ​ນາ​ຂອງ​, ລົງ​ເລິກ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ປັບ​ປຸງ​ພື້ນ​ຖານ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນແລະ​ສັງ​ຄົມ​ໃຫ້​ໝັ້ນ​ແກ່ນກວ່າ​ເກົ່າ​ຕື່ມ​ອີກ​ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ​ແລະ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0