尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກິດ​ຈະ​ກຳຕ່າງໆ​ເພື່ອ​ຕ້ອນ​ຮັບບຸນ​ລ້າ​ປ່າ

2019-01-11 16:38:09 cri

图片默认标题_fororder_1

ວັນ​ທີ 10 ມັງ​ກອນ​ນີ້, ຢູ່​ໂຮງ​ອະ​ນຸ​ບານ​ຊ່ຽນ​ຊີ່ວ​ເມືອງ​ເຕີ​ຊິ່ງ​ແຂວງ​ເຈີ້​ຈ່ຽງ, ຄູ​ແລະ​ເດັກ​ນ້ອຍນັກ​ຮຽນ​ພວມ​ເຮັດ​ເຂົ້າ​ປຽກ​ລ້າ​ປ່າ. ໃນ​ມື້​ດັ່ງ​ກ່າວ,ປະ​ຊາ​ຊົນ​ໃນຖະ​ໜົນ​ອູ​ຄ່າງ​ເມືອງ​ເຕີ​ຊິ່ງ​ໄດ້ຮ່ວມ​ກັບ​ໂຮງ​ອະ​ນຸ​ບານ​ທ້ອງ​ຖິ່ນ​ຈັດ​ກິດ​ຈະ​ກຳ “ຄວາມ​ອົບ​ອຸ່ນ​​ຈິດ​ໃຈ​ໃນ​ລະ​ດູ​ໜາວ ຄວາມ​ຮັກ​ແພງ​ກັນ​ໃນ​ບຸນ​ລ້າ​ປ່າ”,ພວກ​ເດັກ​ນ້ອຍໄດ້​ຮຽ​ນ​ຮູ້​ອາ​ຫານ,ເຮັດ​ເຂົ້າ​ປຽກ​ລ້າ​ປ່າແລະເຮັດ​ກິດ​ຈະ​ກຳ​ອື່ນໆ,ເພື່ອ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳອັນ​ເປັນ​ມູນ​ເຊື້ອ​ຂອງ​ຈີນ,ຕ້ອນ​ຮັບ​ບຸນ​ລ້າ​ປ່າ​(​ວັນ​ທີ 13 ມັງ​ກອນ​ນີ້). ບຸນ​ລ້າ​ປ່າ,ເອີ້ນກັນ​ວ່າ “ລ້າ​ປ່າ”,​ຄື​ມື້​ຂຶ້ນ 8 ຄ່ຳ​ເດືອນ 12 ​ຕາມ​ຈັນ​ທະ​ຄະ​ຕິ​ຂອງ​ຈີນ,ຄົນ​ຈີນບູ​ຮານ​ໄດ້​ຮັກ​ສາ​ປະ​ເພ​ນີ​ການບູ​ຊາ​ບັນ​ພະ​ບຸ​ລຸດ​ແລະ​ເທ​ວະ​ດາ,ເພື່ອ​ຂໍ​ພອນ​ໃຫ້​ໄດ້​ຮັບ​ຜົນເກັບ​ກ່ຽວ​ດີ​ແລະ​​ມີ​ຄວາມ​ເປັນສິ​ລິ​ມຸງ​ຄຸນ,ຢູ່ບາງທ້ອງ​ຖິ່ນ​ມີ​ປະ​ເພ​ນີການ​​ກິນ​ເຂົ້າ​ປຽກລ້າ​ປ່າ.

ຄຳ​ເຫັນ

0