李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຂອງ​ພາກ​ພື້ນ​ທີ່​ສອດ​ຄ່ອງ​ກັບຫຼັກ​ການ​ຂອງ WTO

2019-01-11 16:17:02 cri

    ຫວ່າງ​ກ່ອນນີ້​ບໍ່​ດົນ, ສັນ​ຍາ​ການ​ພົວ​ພັວ​ຄູ່​ຮ່ວມ​ຂ້າ​ມ​ປາ​ຊີ​ຟິກ​ທີ່​ຮອບ​ດ້ານ​ແລະ​ກ້າວ​ໜ້າ ຫຼື CPTPP ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ. ທ່ານ ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ວັນ​ທີ 10 ມັງ​ກອນນີ້​ວ່າ: ທ່ວງ​ທ່າ​ໃຫຍ່​ແຫ່ງ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ບໍ່​ໄດ້​ປ່ຽນ​ແປງ, ຈີນ​ຈະ​ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ, ຂະ​ນະ​ດຽວ​ກັນ, ຈີນ​ມີ​ຈຸດ​ຢືນ​ໃຫ້​ສ້າງ​​ສັນ​ຍາ​ການ​ຄ້າ​ເສ​ລີ​ຂອງ​ພາກ​ພື້ນ​ທີ່​ສອດ​ຄ່ອງ​ກັບຫຼັກ​ການ​ຂອງ WTO.

    ສັນ​ຍາ CPTPP ທີ່​ມີ 11 ປະ​ເທດ​ລົງ​ນາມນັ້ນ ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ທັນ​ວາ​ປີ​ຜ່ານ​ມາ. ຫຼັງ​ຈາກ​ອາ​ເມ​ຣິ​ກາ​ໄດ້​ຖອນ​ອອກ​ຈາກ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າມ​ປາ​ຊີ​ຟິກ ຫຼື TPP ແລ້ວ, ປະ​ເທດ​ອື່ນໆ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ TPP ໄດ້​ປັບ​ປຸງ​ສັນ​ຍາ​ເກົ່າ ແລ້ວ​ສ້າງເປັນ​ສັນ​ຍາ CPTPP ສະ​ບັບ​ໃໝ່ ເຊິ່ງ​ປົກ​ຄຸມ​ປະ​ຊາ​ກອນ 498 ລ້ານ​ຄົນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ປະ​ເທດ​ທີ່​ລົງ​ນາມ​ຖ້າ​ບວກ​ເຂົ້າ​ກັນ​ແລ້ວ ກວມ​ລວມຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ທົ່ວ​ໂລກເຖິງ 13%.

    ທ່ານ ກ່າວ​ເຟີ່ງ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ຕໍ່​ການ​​ສ້າງ​ສັນ​ຍາ​ການ​ຄ້າ​ເສ​ລີ​ຂອງ​ພາກ​ພື້ນ, ຈີນ​ມີຫຼັກ​ໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຄື: ພວກ​ເຮົາ​ຈະ​ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ, ຂະ​ນະ​ດຽວ​ກັນ ກໍ​ມີ​ຈຸດ​ຢືນ​ໃຫ້​ສ້າງ​​ສັນ​ຍາ​ການ​ຄ້າ​ເສ​ລີ​ຂອ​ງ​ພາກ​ພື້ນ​ທີ່​ສອດ​ຄ່ອງ​ກັບຫຼັກ​ການ​ຂອງ WTO, ເປີດ​ປະ​ຕູ, ມີ​ຄວາມ​ໂປ່ງ​ໃສ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ເຊິ່ງ​ທັງ​ສອງ​ສິ່ງນີ້​ຈະ​ສາ​ມາດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໄດ້.

ຄຳ​ເຫັນ

0