ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານໝຽວເຫວີຍ ລັດຖະມົນຕີກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຜັນຂະຫຍາຍແລະຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມວຽກງານເສດຖະກິດຂອງລັດຖະບານໃນວັນທີ 10 ມັງກອນນີ້ ໂດຍກ່າວວ່າ: ຕ້ອງເລັ່ງລັດຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງໃນຂົງເຂດອຸດສາຫະກຳການຜະລິດ ແລະ ຂົງເຂດອິນເຕີເນັດ ທັງໃຫ້ອຸດສາຫະກຳການສື່ສານສາມາດຮັກສາການພັດທະນາຢ່າງໜັກແໜ້ນແລະປອດໃສ.
ທ່ານໝຽວເຫວີຍ ກ່າວຕື່ມວ່າ: ໜ້າທີ່ວຽກງານສຳຄັນອັນດັບໜຶ່ງທີ່ຕ້ອງປະຕິບັດໃຫ້ດີໃນປີນີ້ກໍຄື ຊຸກຍູ້ອຸດສາຫະກຳການຜະລິດໃຫ້ພັດທະນາຢ່າງມີຄຸນນະພາບສູງ.
ກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ອອກໃບອະນຸຍາດການນຳໃຊ້ຄື້ນຄວາມຖີ່ເພື່ອທົດລອງເຕັກໂນໂລຊີການສື່ສານເຄື່ອນທີ່ຮຸ່ນທີ 5 ຫຼື 5G ໃຫ້ແກ່ບໍລິສັດໄຊນາເທລີຄອມ, ບໍລິສັດໄຊນາໂມບາຍ ແລະ ບໍລິສັດໄຊນາຢູນີຄອມ ໃນທ້າຍປີຜ່ານມາ. ທ່ານໝຽວເຫວີຍ ເປີດເຜີຍວ່າ: ກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານພວມປະຕິບັດຕາມແຜນການຂອງກອງປະຊຸມວຽກງານເສດຖະກິດຂອງລັດຖະບານ ເລັ່ງລັດຊຸກຍູ້ການນຳໃຊ້ເຕັກນິກ 5G ໃນທາງທຸລະກິດ ໂດຍໄດ້ອອກໃບອະນຸຍາດຊົ່ວຄາວໃນຫຼາຍຕົວເມືອງ ເພື່ອຕິດຕັ້ງເຄືອຂ່າຍທີ່ສາມາດກວມເອົາບໍລິເວນກວ້າງຂວາງໃນບາງຕົວເມືອງສາກ່ອນ ແລະ ຄາດວ່າໃນ 6 ເດືອນທ້າຍປີນີ້, ມືຖື ແລະ ແທັບເລັດ ທີ່ນຳໃຊ້ເຕັກໂນໂລຊີ 5G ຈະມີຂາຍໃນຕະຫຼາດ.
ຄຳເຫັນ
0