黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ຈະ​ສືບຕໍ່​ດຳເນີນຕາມ​ແຜນການ

2019-01-11 16:38:32 CRI

​ແຕ່​ວັນ​ທີ 7-9 ມັງກອນ​ນີ້, ຈີນ ​ແລະ ອາ​ເມຣິກາ​ໄດ້​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ລະດັບ​ຮອງ​ລັດຖະມົນຕີ​ຢູ່​ນະຄອນຫຼວງປັກ​ກິ່ງ. ກ່ຽວ​ກັບ​ຜົນ​ການ​ປຶກສາ​ຫາລື​ຄັ້ງນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ​ກ່າວ​ໃນ​ກອງ​ປະຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມັງກອນ​ນີ້​ວ່າ: ສອງ​ຝ່າຍ​ລ້ວນ​ແຕ່​ຕັ້ງໜ້າ​ຈັດຕັ້ງປະຕິບັດ​​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ​ສຳຄັນ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ, ​ໄດ້​ແລກປ່ຽນ​ກັນ​ຢ່າງ​ກວ້າງຂວາງ, ​ເລິກ​ເຊິ່ງ ​ແລະ ລະອຽດ​ຕໍ່​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ຂະນະ​ທີ່​ການ​ປຶກສາ​ຫາລື​ຄັ້ງນີ້​ໄດ້​ແກ່ຍາວ​ເວລາ 2 ວັນ​ອອກ​ເປັນ 3 ວັນນັ້ນ, ທ່ານ​ກ່າວ​ເຟິ່ງ ກ່າວ​ວ່າ: “ຫົວ​ຂໍ້​ຕ່າງ​ໆ​ທີ່​ສອງ​ຝ່າຍ​ປຶກສາ​ຫາລື​ກັນ​​ເຊິ່ງ​ລວມທັງ​ບັນຫາ​ການ​ຄ້າ ​ແລະ ບັນຫາ​ໂຄງ​ປະກອບ. ຂະນະ​ທີ່​ການ​ແກ່ຍາວ​ເວລາ​ປຶກສາ​ຫາລື​ກັນກໍ​​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ສອງ​ຝ່າຍ​ລ້ວນ​ແຕ່​ມີ​ທ່າ​ທີ​ອັນ​ສຸຂຸມ​ຮອບ​ຄອບ, ຕັ້ງອົກ​ຕັ້ງ​ໃຈ ​ແລະ ​ເປີດ​ອົກ​ເປີດ​ໃຈ​ຕໍ່​ການ​ປຶກສາ​ຫາລື​​ຄັ້ງນີ້ ​ແລະ ມີ​ຄວາມພະຍາຍາມ​ເພື່ອ​ຈັດຕັ້ງປະຕິບັດ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ​ສຳຄັນ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ.”

ທ່ານ​ກ່າວ​ເຟິ່ງ ກ່າວ​ຕື່ມ​ວ່າ: ບັນຫາ​ໂຄງ​ປະກອບ​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ປຶກສາ​ຫາລື​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ໃນ​ຄັ້ງນີ້ ​ແລະ ​ໄດ້​ຮັບ​ຄວາມຄືບ​ໜ້າ​ໃນ​ຂົງ​ເຂດ​ດັ່ງກ່າວ ​ເຊິ່ງ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ ​ແລະ ກໍ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ທ່ານ​ກ່າວ​ເຟິ່ງ ຍັງ​ກ່າວ​ຕໍ່​ໄປ​ວ່າ: “​ໃນ​ຂັ້ນຕໍ່​ໄປ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ພະຍາຍາມ​ຮ່ວມ​ກັນ ​ເພື່ອຊຸກຍູ້​ການ​ປຶກສາ​ຫາລືລະຫວ່າງ​ສອງ​ຝ່າຍ​ໃຫ້​ດຳ​ເນີນ​ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້.”

ຄຳ​ເຫັນ

0