黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ມູນ​ເຈ​ອິນ​ເຫັນ​ວ່າ: ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ຂະ​ບວນ​ການ​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ

2019-01-11 16:26:31 cri

ວັນ​ທີ 10 ມັງ​ກອນ​ນີ້, ທ່ານ​ມູນເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ​ກ່າວ​ຢູ່​ຊົງ​ວ​າ​ເດ ທຳ​ນຽບ​ປະ​ທ​າ​ນາ​ທິ​ບໍ​ດີ​ ສ.ເກົາ​ຫຼີ​ວ່າ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ແລະ​ສຳ​ຄັນ​ໃນ​ຂະ​ບວນ​ການ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ.

ໃນ​ກອ​ງ​ປະ​ຊຸມ​ຂ່າວ​ປີ​ໃໝ່​ທີ່​ຈັດ​ຂຶ້ນ​ຢູ່​ຊົງ​ວາ​ເດ, ທ່ານ​ມູນ​​ເຈ​ອິນ ກ່າວ​ວ່າ, ຈີ​ນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ດ້ານ​ການ​ຊ່ວຍ​ເຫຼືອ​ເໜືອ​ໃຕ້​ແຫຼມ​ເກົາ​ຫຼີ​ປັບ​ປຸງ​ສາຍ​ພົວ​ພັນ​ໃຫ້​ດີ​ຂຶ້ນ, ​ເພື່ອ​ໃຫ້ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ​, ​ມີສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ. ທ່ານ​ກ່າວ​ຕື່ມ​ວ່າ, ​ທ່ານຄ່ອງ​ຄອຍ​ການ​ພົບ​ປະ​ຄັ້ງ​ທີ 2 ລະ​ຫວ່າງ​ຜູ້​ນຳ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ​ຂະ​ນະ​ດຽວ​ກັນ​ກໍຫວັງ​ໃຫ້​ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາ​ຫຼີ​ສາ​ມາດ​ເດີນ​ທາງ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ເຊ​ອຸນ ສ​.ເກົາ​ຫຼີ​ຫຼັງ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ.

ທ່ານ​ມູນ​ເຈ​ອິນ ຮຽກ​ຮ້ອງ​ໃຫ້​ ສປ​ປ ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ເທົ່າ​ທຽມ​ກັນ​ໃນ​ການ​ສົນ​ທະ​ນາ​ການປອດ​ນິວ​ເຄຼຍ. ສ​ປ​ປ ເກົາ​ຫຼີ​ຄວນ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ນິວ​ເຄຼຍ​ຕື່ມ​ອີກ, ພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ການ​ປະ​ຕິ​ບັດ​ມາດ​ຕະ​ການຕໍ່ ສ​ປ​ປ ເກົາ​ຫຼີ​ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ແຫຼມ​ເກົາ​ຫຼີ​ປອດນິວ​ເຄຼຍ.

ຄຳ​ເຫັນ

0