徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ລົດ​ຍົນ GM ​ຂອງອາ​ເມ​ລິ​ກາສືບ​ຕໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ຕະ​ຫຼາດຂອງ​ຈີນ​

2019-01-12 16:31:16 cri

ວັນ​ທີ 11 ມັງ​ກອນ​ນີ້, ບໍ​ລິ​ສັດ​ລົດ​ຍົນ ເຈ​ນ​ຣານ ໂມ​ໂດ​ສ ຫຼື GM ຂອງອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຈ້ອງມອງ​​ປີ 2019 ຂອງ​ບໍ​ລິ​ສັດ​ຕົນ​ໂດຍ​ກ່າວ​ວ່າ, ຈ​ະ​ສືບ​ຕໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​​​ທ່າອ່ຽງ​ການ​ເຕີບ​ໂຕ​ໃນ​ໄລ​ຍະ​ຍາວ​ຂອງຕະ​ຫຼາດ​ລົດ​ຍົນ​​ຈີນ, ປະ​ກາດ​ວ່າ​ໃນ​ປີ 2019 ນີ້​ຈະ​ເລີ່ມ​ຂາຍ​​ລົດ​ຍົນຮຸ່ນ​ໃໝ່​ແລະ​​ລົດ​ຍົນ​ຜະ​ລິດ​ໃໝ່ 20 ກວ່າ​ແບບ​ຢູ່​ຈີນກ່ອນ​ໝູ່.

ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ ຂອງ​ຕະ​ຫຼາດ​ລົດ​ຍົນ​​ຈີນໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​,  ປະ​ລິ​ມານ​ການ​ຈຳ​ໜ່າຍ​ລົດ​ຍົນ​ຂອງບໍ​ລິ​ສັດ​ລົດ​ຍົນ GM ອາ​ເມ​ລິ​ກາຢູ່​ຈີນ​ໄດ້​ຫຼາຍກວ່າ​ປະ​ລິ​ມານ​ການ​ຈຳ​ໜ່າຍ​ລົດ​ຍົນ​ຢູ່​ອາ​ເມ​ລິ​ກາ. ເຖິງ​ແມ່ນ​ວ່າ​ໃນ​ປີ 2018 ການ​ຈຳ​ໜ່າຍ​ລົດ​ຍົນ​ຢູ່​ຈີນ​ມີ​ສະ​​ພາບ​ທີ່​ຂາຍ​ດີ​ໃນ 6 ເດືອນ​ທຳ​ອິດແລະຂາຍ​ໜ້ອຍ​ໃນ 6 ເດືອນ​ທ້າຍ​ປີ , ແຕ່​ວ່າ​ບໍ​ລິ​ສັດ​ລົດ​ຍົນ GM ຍັງໄດ້​ຄາດ​ຄະ​ແນ​ໃນ​ບົດ​ລາຍ​ງານ​ຈ້ອງມອງປີ 2019 ວ່າ​ຍອດ​ປະ​ລິ​ມານ​ການ​ຈຳ​ໜ່າຍ​ລົດ​ຍົນຢູ່​ຈີນ​ໃນ​ປີ 2019 ຈະ​ບັນ​ລຸ 27 ລ້ານ​ຄັນ, ​ສ່ວນ​ຢູ່​​ອາ​ເມ​ລິ​ກາ​ມີແຕ່​ປະ​ມານ 17 ລ້ານ​ຄັນ.

 

 

ຄຳ​ເຫັນ

0