徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄຂກອງ​ປະ​ຊຸມ​ແນະ​ນຳງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ​ຢູ່​ນະ​ຄອນມີ​ລານ

2019-01-12 16:32:01 cri

ຕາມ​ຂ່າວCRI:ວັນ​ທີ 11 ມັງ​ກອ​ນນີ້, ​ກອງ​ປະ​ຊຸມ​ແນະ​ນຳງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນມີ​ລານ​ຂອງ​ອີ​ຕາ​ລີ.  ສະ​ມາ​ຄົມ​ການຄ້າ​ອີ​ຕາ​ລີ-ຈີນແລະວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ຂອງ​ອີ​ຕາ​ລີ​ກໍ​ໄດ້ເຊັນ​ສັນ​ຍາ​ກັບ​ກົມ​ການ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໃນ​ກອງ​ປະ​ຊຸມ, ເຊິ່ງ​ໄດ້​ຈອງຮ້ານ​ວາງ​ສະ​ແດງ​ທີ່​ມີ​ເນື້ອ​ທີ່​ຫຼາຍກວ່າ 2000 ຕາ​ແມັດ.

 

ທ່ານ​ຫຼິວ​ຟູ​ເຊ, ຮອງ​ຫົວ​ໜ້າ​ກົມ​ການ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ຖະ​ກະ​ຖາໃນ​ພິ​ທີ​ເປີດ​​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ປະ​ຖົມ​ມະ​ເລີກ​ໂດຍ​ຊີ້​ອອກວ່າ, ຈີນ​ມີ​ຄວາມ​ຈິງ​ໃຈ​ໃນ​ການ​ເປີດ​ຕະ​ຫຼາດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ບໍ່​ພຽງ​ແຕ່​ຈະ​ຈັດ​ຂຶ້ນ​ຄູ່​ປີ​ເທົ່າ​ນັ້ນ, ​ຕ້ອງ​ຈັດ​​ຂຶ້ນ​ໃຫ້ມີ​ລະ​ດັບ​ສູງ, ມີ​ປະ​ສິດ​ທິ​ຜົນ​ສູງ, ແລະ​ນັບ​ມື້​ນັບ​ດີ​ຂຶ້ນ. ​ ຫວັງຢ່າງ​ຈິງ​ໃຈ​ວ່າ​ວິ​ສາ​ຫະ​ກິດ​ຂອງ​ອີ​ຕາ​ລີ​ຈະ​​ໄປບຸກ​ເບີກ​ຕະ​ຫຼາດ​ຂອງ​ຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຈີນ, ຮ່ວມ​ກັນ​ຊຸກ​ຍູ້​​ແລະ​ລົງ​ເລິກການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າລະ​ຫວ່າງ​ສອງ​ປະ​ເທດໂດຍ​ຜ່ານ​ເວ​ທີ​ທີ່​ບໍ່​ແມ່ນ​ທຳ​ມະ​ດາ​ນີ້​ກໍ​ຄື​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສ​ກົນ​ຈີນ.

 

ທ່ານ​​ນາງຊີ​ອາ​ຣາ ຟາ​ນາ​ລີ, ຜູ້​ຮັບ​ຜິດ​ຊອບວຽກ​ງານ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ສະຫະ​ພັນ​ນັກ​ອຸດ​ສາ​ຫະ​ກຳ​​ໂລມ​ບາ​ດາ​ຂອງ​ອີ​ຕາ​ລີ​ໄດ້​ຊີ້​ອອກວ່າ, ​ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຫຼາຍ​ແຫ່ງ​ຂອງ​ອົງ​ການ​ຕົນ​ມີ​ຄວາມ​ສົນ​ໃຈ​ສູງ​ຕໍ່ການ​ບຸກ​ເບີກ​ຕະ​ຫຼາດ​ຂອງ​ຈີນ, ສະ​ນັ້ນ, ອົງ​ການ​ຕົນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ອີ​ຕາ​ລີ​​ຫຼາຍກວ່າ​ເກົ່າ​ກຳ​​ໂອ​ກາດ​ທີ່​ນຳ​ມາ​ໂດຍ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນໃຫ້​ດີ.

 

ຄຳ​ເຫັນ

0