李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​ຮັກ​ສາ​ອັດ​ຕາ​ເຕີບ​ໂຕ​​ເສດ​ຖະ​ກິດ​ທີ່ອ່າວ​ສູງ

2019-01-12 15:38:24 cri

ຫວ່າງ​ມໍ່ໆ​ນີ້, ຢູ່​ນະ​ຄອນ​ນິວຢອກ, ທ່ານ​ລິນ​ຢີ້​ຟູ່, ​ອະ​ດີດ​ຫົວ​ໜ້ານັກ​ເສດ​ຖະ​ສາດ​ທະ​ນາ​ຄານ​ໂລກ, ສາ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ກ່າວ​ວ່າ, ຄາດ​ວ່າ, ປີ 2019, ຈັງ​ຫວະ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ຈີນ​ຈະ​ຮັກ​ສາ​ຢູ່​ໃນ​ລະ​ດັບປະ​ມານ 6,5%, ອັດ​ຕາ​ປະ​ກອບ​ສ່ວນ​ຕໍ່​ເສ​ດ​ຖະ​ກິດ​ໂລກ​ຈະ​ຮັກ​ສາ​​ຢູ່​ໃນ​ລະ​ດັບປະ​ມານ 30%. ພ້ອມ​ກັນ​ນັ້ນ, ຈີນ​​ໄດ້ເພີ່ມ​ທະ​ວີ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ, ເຊິ່ງ​ໄດ້​ອຳ​ນວຍ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່ນັກ​ລົງ​ທຶນຕ່າງ​ປະ​ເທດ. ທ່ານ​ລິນ​ຢີ້​ຟູ່​ຊີ້​ອອກ​ຕື່ມ​​ອີກວ່າ, ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ຕະ​ຫຼາດ​ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນບໍ່​ພຽງ​ແຕ່​ໄດ້​ສ້າ​ງ​ໂອ​ກາດ​ພັດ​ທະ​ນາ​​ໃຫ້​​ແກ່ປະ​ຊາ​ຊົນ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ກໍ່​ໄດ້​ອຳ​ນວຍ​ໂອ​ກາດ​ທຸ​ລະ​ກິດ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0