蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ຈີນ​ ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ໜ້າ​ທີ່​“ຊາງ​ເອີ​”ເລກ 4 ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

2019-01-12 13:23:46 CRI

     ຕອນ​ບ່າຍ​ວັນ​ທີ 11 ມັງ​ກອນນີ້, ໄດ້​ມີ​ຂ່າວ​ດີ​ສົ່ງ​ມາ​ຈາກ​ໂຄ​ງ​ການ​ສຳ​ຫຼວດດວງ​ຈັນ​“ຊາງ​ເອີ​”ເລກ 4. ເຄື່ອງ​ລົງ​ຈອດ“ຊາງ​ເອີ​”ເລກ 4 ກັບ​ເຄື່ອງ​ສັງ​ເກດ​ການ“ຢຸ້ຍ​ຖູ້”ເລກ 2 ໄດ້​ຖ່າຍ​ຮູບ​ໃຫ້​ກັນ​ຢ່າງ​ສຳ​ເລັດ​ຜົນ, ໜ້າ​ທີ່ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ທ່ານ​ຫຼິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທ່ານ​ຈ່າງ​ໂຢ້​ເຊຍ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຊົມ​ການ​ຖ່າຍ​ທອດ​ສົດ​ຢູ່​ສູນ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ. ທ່ານ​ຫຼິວ​ເຮີ້ໄດ້​ອ່ານ​ໂທ​ລະ​ເລກອວຍ​ພອນ​ຈາກ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ຈີນ​ ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ.

     ໂທ​ລະ​ເລກ​ອວຍ​ພອນ​ຂຽນ​ວ່າ: ຖື​ການ​ສຳ​ເລັດ​ໜ້າ​ທີ່“ຊາງ​ເອີ”ເລກ 4 ຢ່າງ​ຈົບ​ງາມ​ເປັນ​ຂີດ​ໝາຍ, ໂຄງ​ການ​ສຳ​ຫຼວດດວງ​ຈັນ​ໄລ​ຍະ​ທີ 4 ແລະ​ໂຄງ​ການ​ສຳ​ຫຼວດ​ອະ​ວະ​ກາດລວງ​ເລິກຈະ​ເລີ່ມ​ດຳ​ເນີນ​ຢ່າງ​ຮອບ​ດ້ານ, ຫວັງ​ໃຫ້​ທຸກ​ສະ​ຫາຍ​ທີ່​ເຮັດ​ວຽກ​ຢູ່​ໃນ​ໜ້າ​ທີ່​ການ​ບິນ​ອະວະ​ກາດຈົ່ງ​ສ້າງ​ຜົນ​ງານໃໝ່​ທີ່ດີ​ເດັ່ນ​ກວ່າ​ເກົ່າ​ອີກເພື່ອ​ບັນ​ລຸ​ຄວາມ​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ ແລະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ!

     ເຄື່ອງ​ສຳ​ຫຼວດດວງ​ຈັນ“ຊາງ​ເອີ”ເລກ 4 ໄດ້​ຖືກສົ່ງ​ຂຶ້ນ​ຢູ່​ອະ​ວະ​ກາດຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ​ຂອງ​ຈີນ​ໃນ​ວັນ​ທີ 8 ທັນ​ວາ​ປີ 2018 ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ມວນ​ມະ​ນຸດ​ທີ່​ສົ່ງ​ເຄື່ອງ​ບິນ​ໄປ​ລົງ​ຈອດແລະ​ສຳ​ຫຼວດ​ຢູ່​ດ້ານ​ຫຼັງ​ຂອງດວງ​ຈັນ ແລະ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສ້າງ​ການ​ສື່​ສານ​ລະ​ຫວ່າງ​ໜ່ວຍ​ໂລກ​ກັບ​ດ້ານ​ຫຼັງ​ຂອງດວງ​ຈັນ, ຮອຍ​ຕີນ​ແຖວ​ທຳ​ອິດ​ຂອງຈີນ​ໃນ​ການ​ສຳ​ຫຼວດດວງ​ຈັນໄດ້ສ້າງຢູ່​ດ້ານ​ຫຼັງ​ຂອງດວງ​ຈັນໄວ້.

ຄຳ​ເຫັນ

0