吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄັງ​ປັນຍາ​ອັງກິດ​ເຫັນ​ວ່າ​ຈີນ​ເປັນ​ຄູ່​ຄ້າ​ສຳຄັນ​ທີ່​ສຸດ​ຂອງ​ກຸ່ມ​ເສດຖະກິດ​ອາຊີ​ປາຊີ​ຟິກ

2019-01-16 17:35:31 cri

ວັນ​ທີ 15 ມັງກອນ​ນີ້, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດອອກ​ສະ​ຟອດຄັງ​ປັນຍາ​ອັງກິດ​ໄດ້ພິມ​ບົດ​ລາຍ​ງານ​ວ່າ: ຈີນ​ຍັງ​ເປັນ​ຄູ່​ຄ້າ​ສຳ​ຄັນ​ທີ່​ສຸດ​ຂອງ​ກຸ່ມ​ເສດຖະກິດ​ອື່ນໆ​ຂອງອາຊີ​ປາຊີ​ຟິກ ​ແລະ​ທ່າ​ອ່ຽງ​​ໃນ​ລັກສະນະ​ນີ້​ຈະ​ບໍ່​ປ່ຽນ​ແປງ​ໃນ​ອານາ​ຄົດ.

ບົດ​ລາຍ​ງາຍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່​ປີ 2001 ທີ່ຈີນ​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ​ເປັນ​ຕົ້ນ​ມາ, ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໄດ້​ເຊື່ອມ​ຈອດ​ກັບ​ເສດຖະກິດ​ຈີນ​ໃນ​ລະດັບສູງ ​ແລະກຸ່ມ​ເສດຖະກິດ​ອື່ນໆ​ຂອງ​ອາຊີ​ປາ​ຊີ​ຟິກມີ​ການ​ຄ້າ​ກັບ​ຈີນຢ່າງ​ຫຼວງ​ຫຼາຍ. ຈີນ​ບໍ່​ພຽງ​ແຕ່​ເປັນ​ປະ​ເທດປາຍທາງ​ຂອງ​ການສົ່ງ​ອອກ​ຕົ້ນຕໍຂອງ​ຫຼາຍ​ປະ​ເທດ​ອາຊີ​ປາຊີ​ຟິກ​ເທົ່າ​ນັ້ນ, ຍັງ​ເປັນ​ແຫ່ງ​ປະ​ເທດ​ນຳ​ເຂົ້າ​ສຳຄັນ​ທີ່​ສຸດ. ​ເຖິງ​ວ່າ​ໃນ​ໄລຍະ​ໃກ້ໆ​ນີ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຫຼຸດລົງ​ໜ້ອຍ​ໜຶ່ງກໍ​ຕາມ, ​ແຕ່​ຄາດ​ວ່າ​ໃນຫຼາຍ​ປີ​ຕໍ່ໜ້າ ຈີນ​ຍັງ​ຈະ​ເປັນ​ປະ​ເທດປາຍທາງ​ຂອງ​ການ​ສົ່ງ​ອອກ​ສຳຄັນ​ທີ່​ສຸດ​ຂອງ​ກຸ່ມ​ເສດຖະກິດ​ອື່ນໆ​ຂອງ​ອາຊີ​ປາຊີ​ຟິກ.

ຄຳ​ເຫັນ

0