吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາ​ແລັດ​ສະຕິ​ນກາຍ​ເປັນ​ປະ​ເທດປະທານ​ກຸ່ມ ​G77

2019-01-16 17:34:14 cri

ວັນ​ທີ 15 ມັງກອນ​ນີ້, ປາ​ແລັດ​ສະຕິນ​ໄດ້​ກາຍ​ເປັນ​ປະ​ເທດປະທານ​ກຸ່ມ​ G77 ​ປີ 2019 ຢ່າງ​ເປັນ​ທາງ​ການ.

ທ່ານ​ມາ​ມູດ ອັບ​ບັສ ປະທານາທິບໍດີ​ປາ​ແລັດ​ສະຕິ​ນ​ໄດ້​​ເຂົ້າ​ຮ່ວມ​ພິທີ​ຮັບ​ຕຳ​ແໜ່​ງເປັນ​ປະທານ​ກຸ່ມ G77 ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ນະຄອນ​ນີວຢອກຂອງ​ອາ​ເມຣິກາ ​ແລະ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ. ທ່ານ​ກ່າວ​ວ່າ: ປາ​ແລັດ​ສະຕິ​ນຈະ​ພະຍາຍາມ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ສະມາຊິກ, ຊຸກຍູ້​ວາລະ​ການ​ພັດທະນາ​ຕ່າງໆ, ຮັກສາ​ຜົນ​ປະ​ໂຫຍ​ດ ​ແລະ​ພາລະກິດ​ເປັນ​ທຳຂອງ​ປະ​ເທດ​ທີ່​ກຳລັງ​ພັດທະນາ.

​ເດືອນ​ພະຈິກ​ປີ 2012, ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ມະຕິ​ໃຫ້​ປາ​ແລັດ​ສະຕິນ​ເປັນ​ປະ​ເທດ​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ​ເນື່ອງ​ຈາກ​ປາ​ແລັດ​ສະຕິນຍັງ​ບໍ່ທັນ​ກາຍ​ເປັນ​ປະ​ເທດ​ສະມາຊິກ​ຢ່າງ​ເປັນ​ທາງ​ການ, ​ໃນ​ເດືອນ​ຕຸລາ​ປີ 2018, ສະມັດຊາ​ໃຫຍ່​ອົງການ​ສປຊ​ໄດ້​ລົງ​ຄະ​ແນນ​ສຽງ​​ໂດຍ​ໄດ້​ຮັບ​ສຽງ​ສະໜັບສະໜູນ 146 ຄະ​ແນນ, ສຽງ​ຄັດຄ້ານ 3 ຄະ​ແນນ ​ແລະບໍ່​ອອກສຽງ 15 ຄະ​ແນນ ​ເຊິ່ງ​​ເປັນ​ການ​ຮັບຮອງ​ສິດ​ອຳນາດ​ໃນ​ການປະຕິບັດ​ໜ້າ​ທີ່​ເປັນ​ປະທານ​ກຸ່ມ G77 ​ຂອງ​ປາ​ແລັດ​ສະຕິ​ນ.

 

ຄຳ​ເຫັນ

0