黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ສາກົນຫຼາຍກວ່າ​ເກົ່າ

2019-01-17 11:24:05 CRI

​ເວທີ​ປຶກສາ​ຫາລືເສດຖະກິດ​ໂລກ ​ໄດ້​ເປີດ​ເຜີຍ “ບົດ​ລາຍ​ງານ​ຄວາມ​ສ່ຽງ​ທົ່ວ​ໂລກ​ປີ 2019” ​ໃນ​ວັນ​ທີ 16 ມັງກອນ​ນີ້​ຢູ່​ນະຄອນຫຼວງລອນ​ດອນ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​​ໂລກ​ນັບ​ມື້​ນັບຫຼາຍຂຶ້ນ, ຂະນະ​ທີ່​ການ​ຮ່ວມ​ມື​ສາກົນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ພັດ​ຍັງ​ບໍ່​ພຽງພໍ.

ບົດ​ລາຍ​ງານ​ລະບຸ​ວ່າ: ປີ 2019, ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຈະ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ປັດ​ໄຈ​ພູມິ​ພາກຢ່າງ​ຕໍ່​ເນື່ອງ, ຄວາມ​ສ່ຽງ​ຈາກການ​ເປັນ​ປໍ​ລະ​ປັກ​ກັນ​ດ້ານ​ເສດຖະກິດອາດ​ຈະ​ເພີ່ມ​ຂຶ້ນ, ລະບຽບ​ການ​ການ​ຄ້າຫຼາຍຝ່າຍ​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງໜັກໜ່ວງ​ກວ່າ​ເກົ່າ; ຄວາມ​ສ່ຽງ​ຈາກ​ສິ່ງ​ແວດ​ລ້ອມ​ຍັງ​ຄົງ​ເປັນ​ໄພ​ຂົ່ມຂູ່​​ໃນໄລຍະ​ຍາວ​ທີ່​ຜູ້​ຮັບ​ການ​ສຳພາດສົນ​ໃຈ​ທີ່​ສຸດ ​ເຊິ່ງບັນຫາສິ່ງ​ແວດ​ລ້ອມ​ເຫຼົ່ານີ້ລວມທັງ​ສິ່ງ​ແວດ​ລ້ອມ​ຊີວະ​ນານາ​ພັນ​ຈະຖືກ​ທຳລາຍ, ​ໄພພິບັດ​ອາກາດ​ປັ່ນ​ປ່ວນ​ຮຸນ​ແຮງ, ມາດຕະການ​ຮັບ​ມື​ກັບການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ປະສົບ​ຄວາມຫຼົ້ມ​ເຫຼວ ​ແລະ ​ໄພພິບັດ​ທຳ​ມະ​ຊາດ​ອື່ນໆ​ເປັນຕົ້ນ.

ທ່ານ​ບອດ ​ແບຣນ ຜູ້ອຳນວຍການ​ໃຫຍ່​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ ກ່າວ​ວ່າ: ​ເນື່ອງ​ຈາກ​ວ່າການ​ເຕີບ​ໂຕ​ດ້ານການ​ຄ້າ​ແລະ​ເສດຖະກິດ​ໂລກຈະ​ຜະ​ເຊີ​ນກັບຄວາມ​ສ່ຽງ ສະນັ້ນ, ​ໂລກ​ຈຶ່ງ​ຕ້ອງການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງຮີບ​ດ່ວນ​ກວ່າ​​ເວລາ​ໃດ​ໝົດ, ປະ​ເທດ​ຕ່າງໆຕ້ອງການ​ປະສານ​ງານ​ຢ່າງ​ເປັນ​ເອກະ​ພາບ​ກັນ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ​ເພື່ອຮັກສາ​ການ​ພັດທະນາທີ່​ເຕີບ​ໂຕ.

ຄຳ​ເຫັນ

0