吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາ​ຕ່ຳ​ອັງກິດ​ປະຕິ​ເສດ​ຍັດຕິ​ບໍ່​​ໄວ້​ວາງ​ໃຈລັດຖະບານ

2019-01-17 17:06:54 cri

ວັນ​ທີ 16 ມັງກອນ​ນີ້, ສະພາ​ຕ່ຳ​ອັງກິດ​ໄດ້​ລົງ​ຄະ​ແນນ​ສຽງ​ປະຕິ​ເສດ​ຍັດຕິ​ບໍ່​ໄວ້​ວາງ​ໃຈ​ລັດຖະບານ​ອັງກິດ.

​ໃນ​ມື້​ດຽວ​ກັນ, ພາຍຫຼັງສະພາ​ຕ່ຳ​ອັງກິດດຳ​ເນີນ​ອະ​ພິປາຍ​ແລ້ວ, ​ໂດຍ​ມີ​ສຽງ​ບໍ່​ເຫັນ​ດີ 325 ຄະ​ແນນ, ສຽງ​ສະໜັບສະໜູນ 306 ຄະ​ແນນຈຶ່ງ​​ໄດ້​ປະຕິ​ເສດ​ຍັດຕິ​ບໍ່​​ໄວ້​ວາງ​ໃຈ​ລັດຖະບານ​ທີ່​ສະ​ເໜີ​ໂດຍ​ທ່ານ​ເຈ​ເຣມີ ​ກໍ​ບິນ ຫົວໜ້າ​ພັກ​ຝ່າຍ​ຄ້ານ.

ທ່ານ​ກໍ​ບິນໄດ້​ກ່າວ​ໃນ​ການ​ອະພິປາຍ​ວ່າ: ປັດຈຸບັນ​ນີ້, ລັດຖະບານ​ອັງກິດ​ໄດ້​ກາຍ​ເປັນ​ລັດ​ຖະບານ​ທີ່ຂາດ​ອຳນາດ, ທ່ານ​ຮຽກຮ້ອງ​ໃຫ້​ຈັດການ​ເລືອກ​ຕັ້ງ​ທົ່ວ​​ໄປ​ໂດຍ​ໄວ. ທ່ານ​ນາງ​ເທ​ເຣຊາ ​ເມ ນາຍົກລັດຖະມົນຕີອັງກິດ​ໄດ້​ຕອບ​ໂຕ້​ວ່າ: ການຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປັດຈຸບັນ​ນີ້​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ຂອງ​ຊາດ, ທ່ານ​ນາງ​ຍິນ​ດີ​ຮ່ວມ​ກັບ​ຜູ້ນຳ​ພັກ​ຕ່າງໆຂອງ​ອັງກິດ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ “ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ”.

ຄຳ​ເຫັນ

0