尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຄຸນ​ມິງ​ເປີດເສັ້ນ​ທາງ​ການ​ບິນ​ກັບ 34 ຕົວ​ເມືອງ​ຂອງປະ​ເທດ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

2019-01-18 17:17:16 cri

ບໍ​ລິ​ສັດ​ສະ​ໜາມ​ບິນ​ຢຸນ​ນານ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 17 ມັງ​ກອນ​ນີ້​ວ່າ: ມາ​ຮອດ​ທ້າຍ​ປີ 2018, ປະ​ລິ​ມານ​ເສັ້ນ​ທາງ​ການ​ບິນ​ທີ່​ບໍ​ລິ​ສັດ​ສະ​ໜາມ​ບິນ​ຢຸນ​ນານ​ໃຫ້​ບໍ​ລິ​ການ​ມີ​ເຖິງ 524 ເສັ້ນ,ໃນ​ນັ້ນ​ເສັ້ນ​ທາງ​​ບິນ​ພາຍ​ໃນມີ 441 ເສັ້ນ, ສາ​ກົນ 78 ເສັ້ນ,ພາກ​ພື້ນ 5 ເສັ້ນ. ໃນ​ນີ້,​ເສັ້ນ​ທາງ​ການ​ບິນ​ແຕ່ສະ​ໜາມບິນ​ຄຸນ​ໝິງ​ຫາ​ປະ​ເທດ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ມີ​ເຖິງ 34 ຕົວ​ເມືອງ,ເປັນອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ.
 

ແຂວງ​ຢຸນ​ນານ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ​ຊາຍ​ແດນຕິດ​ກັບ​ມຽນ​ມາ,ລາວ​ແລະ​ຫວຽດ​ນາມ. ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ​ຢຸນ​ນານ,ຈຳ​ນວນຄົນ​ເຂົ້າ​ອອກ​ເມືອງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

ປີ 2018,ສະ​ໜາມ​ບິນ​ແຫ່ງ​ຕ່າງໆ​ຂອງ​ແຂວງ​ຢຸນ​ນານ​ໄດ້​ສຳ​ເລັດ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ແລະ​ເຄື່ອງ​ຂອງ 532,9 ພັນ​ຖ້ຽວ​ບິນ,ເພີ່ມ​ຂຶ້ນ 6,2% ເມື່ອ​ທຽບ​ໃສ່​ປີ 2017;ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈຳ​ນວນ 67.585,6 ພັນເທື່ອ​ຄົນ,ເພີ່ມ​ຂຶ້ນ 7,6% ເມື່ອ​ທຽບ​ໃສ່​ປີ 2017;ປະ​ລິ​ມານ​ການ​ຂົນ​ສົ່ງ​ເຄື່ອງໄດ້​ບັນ​ລຸ​ເຖິງ 475 ພັນ​ໂຕນ,ເພີ່ມ​ຂຶ້ນ 2,5% ເມື່ອ​ທຽບ​ໃສ່​ປີ 2017.

ຄຳ​ເຫັນ

0