覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ຂ່າວ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຊິນ​ຈ່ຽງ

2019-01-18 15:38:31 cri

图片默认标题_fororder_xinjishlflsfhklsfjlsjfisfe1
 

ໂຮງ​ຜະ​ລິດ​ເຄື່ອງ​ດົນຕີ​ຕົ້ນຕະ​ກຸນ​ຂອງ​ບ້ານ​ເຄື່ອງ​ດົນ​ຕີ​ຊົນ​ເຜົ່າ​ເຂດ​ຊິນ​ຈ່ຽງ ​ມີ​ປະ​ຫວັດ​ມາ​ເປັນ 150 ປີ​ແລ້ວ, ​ມາ​ຮອດ​ທຸກ​ມື້​ນີ້,ໃນ​ບ້ານ​ນີ້, ມີ​ 273 ຄອບ​ຄົວ​​ມີທັງ​ໝົດ 500 ກວ່າ​ຄົນ​ໄດ້​ເຮັດ​ອາ​ຊີບ​ຜະ​ລິດ​ເຄື່ອງ​ດົນ​ຕີ​ຊົນ​ເຜົ່າ 27 ປະ​ເພດ​ຈຳ​ນວນ 50 ຊະ​ນິດ ປີ 2000, ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຂະ​ໜານ​ນາມ​ໃຫ້​ບ້ານດັ່ງ​ກ່າວ​ວ່າ “ບ້ານ​ເຄື່ອງ​ດົນ​ຕີ​ຊົນ​ເຜົ່າ​ຊິນ​ຈ່ຽງ​ຈີນອັນ​ດັບ 1”
 

图片默认标题_fororder_xinjishlflsfhklsfjlsjfisfe2.JPG
 

ດົນ​ຕີອູ​ເກີ ອອນ ອິກ​ຄີ ມູ​ຄາມ (uyghur on ikki muqam) ເຊິ່ງ​ເປັນ​ດົນ​ຕີ​ດັ້ງ​ເດີມ​ອຳ​ມະ​ຕະ​​​ຂອງເຜົ່າ​ອຸຍ​ເກີ້ ປະ​ກອບ​ດ້ວຍ​ເພງ, ກາບກອນ,ດົນ​ຕີ, ການ​ຟ້ອນ,ການ​ຮ້ອງ​ແລະ​ການ​ເສບ​ດົນ​ຕີ, ມີ​ປະ​ຫວັດ​ປະ​ມານ 1000 ປີ ແລະ​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ໂລກ.

 ທ່ານ​ຊີ​ອາ​ເບີ ຣາ​ມານ ບັນ​ນາ​ທິ​ການ​ບໍ​ລິ​ຫານ​ງານ​ຂອງ​ໜັ​ງ​ສື​ພິມ​Daily Sun  ບັງ​ກະ​ລາ​ເດັດ​ກ່າວ​ວ່າ: ປັດ​ຈຸ​ບັນ ອະ​ລິ​ຍະ​ທຳຫຼາຍ​ຢ່າງ​ເຊິ່ງ​ລວມ​ທັງ​ອະ​ລິ​ຍະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈຳ​ນວນ​ໜຶ່ງ​ກຳ​ລັງ​ຫາຍ​ສາບ​ສູນ. ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ໄດ້​ເຫັນ, ລັດ​ຖະ​ບານ​ຈີນ​ເຮັດ​​ໄດ້​ດີຫຼາຍ​ໃນ​ດ້ານ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

 ທ່ານ​ທາ​ສ​​ວາ​ຊາ​ມານ ບາ​ບາ​ຣ ຜູ້​ດຳ​ເນີນ​ລາຍ​ການ​ຂອງວິ​ທະ​ຍຸ​ມິດ​ຕະ​ພາບ​ຈີນ-ປາ​ກີ​ສະ​ຖານFM98 ປະ​ຈຳ​ປາ​ກີ​ສະ​ຖານ​ກ່າວ​ວ່າ: ດີ​ໃຈຫຼາຍ​ທີ່​ໄດ້​ເຫັນ​ວ່າ​ ຢູ່​ຈີນ​ບໍ່​ວ່າ​ຈະ​ເປັນ​ຕົວ​ເມືອງຫຼື​ຊົນ​ນະ​ບົດ​ເຖິງ​ຈະ​ມີ​ການ​ພັດ​ທະ​ນາບໍ່​ໄດ້ຫຼົງ​ລືມ​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ, ໃນ​ນີ້ ລັດ​ຖະ​ບານ​ກໍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ. ວັດ​ທະ​ນະ​ທຳ,ເຄື່ອງ​ນຸ່ງ​ຂອງ​ຖື,ຮູບ​ຊົງ​ເອ​ກະ​ລັກ​ສິ່ງ​ກໍ່​ສ້າງ,​ວິ​ຖີຊີ​ວິດ​ການ​ເປັນ​ຢູ່​ຕາມ​ຮີດ​ຄອງ​ປະ​ເພ​ນີ,ອາ​ຫານ​ການ​ກິນ​ຂອງ 56 ຊົນ​ເຜົ່າ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ທີ່​ດີ. ປະ​ສົບ​ການ​ທັດ​ສະ​ນະ​ສຶກ​ສາ​ຢູ່​ນະ​ຄອນ​ຄາ​ສ​ກາ​ແລະ​ນະ​ຄອນ​ອູ​ລຸມ​ກີ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ ​ຮູ້​ສຶກວ່າ ຄວາມ​ຮັກ​ຫອມ​ຕໍ່​ຄ່າ​ນິ​ຍົມ​ດ້ານວັດ​ທະ​ນະ​ທຳ​​​ຂອງປະ​ຊາ​ຊົນ​ຈີນ​ຈິ່ງ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ທີ່​ມີ​ປະ​ຫວັດ​ສາດ 2000 ກວ່າ​ປີ​​ຖືກ​ອະ​ນຸ​ລັກ​ຮັກ​ສາ​ໄວ້​ຈົນ​ເຖິງ​ປັດ​ຈຸ​ບັນ​ແລະ​ຍັງ​ຄົງ​ມີ​ຊີ​ວິດ​ຊີ​ວາ​ຢ່າງກວ້າງ​ຂວາງ.

ຄຳ​ເຫັນ

0