吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ຟິລິບ​ປິນຍິນ​ດີ​ສື​ບຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຈີນຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

2019-01-18 16:35:41 cri

ວັນ​ທີ 17 ມັງກອນ​ນີ້, ທ່ານ​​ແອ​ດູອາ​ໂດ ບຣີງກາສ ຫົວໜ້າ​ປະຕິບັດ​ງານຄະນະ​ກຳມະການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ປະທານາທິບໍດີ​ຟິລິບ​ປິນ​ໄດ້​ໃຫ້​ສຳພາດ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ຟິລິບ​ປິນ ​ແລະ​ຈີນ​ໄດ້​ບັນລຸ​ຜົນສຳ​ເລັດ​​ໂດຍ​ໄດ້​ຈັບທ້າວ​ເຊ້ຮ້າວ​ເຈຍ ຜູ້​ຕ້ອງ​ຫາກໍ່​ອາ​ຊະຍາ​ກຳທີ່​ມີ​ຕຳ​ແໜ່​ງຂອງ​ຈີນ​ທີ່ໜີ​ໄປ​ລົບ​ລີ​ຢູ່ຟິລິບ​ປິນ, ອົງການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຟິລິບ​ປິນຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ດຳ​ເນີນ​ການ​ປະສານ​ງານ​ປະຕິ​ບັດ​ກົດໝາຍ​ສາກົນ​ທີ່​ກ່ຽວຂ້ອງ.

ທ່ນບຣີງກາສ​ໄດ້​ໃຫ້​ສຳ​ພາດ​ວ່າ: ການ​ຈັບຜູ້​ຕ້ອງ​ຫາ​ເຊ້ຮ້າວ​ເຈຍ​​ເທື່ອ​ນີ້​ເປັນ​ຜົນງານ​ເທື່ອ​ທຳ​ອິດຂອງການ​ຮ່ວມ​ມື​​​ນັບ​ແຕ່ຄະນະ​ກຳມະການຕ້ານການ​ສໍ້​ລາດ​ບັງຫຼວງຂອງປະທານາທິບໍດີ​ຟິລິບ​ປິນສ້າງ​ຕັ້ງ​ຂຶ້ນ​ ​ແລະ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ກັບ​ອົງການ​ລັດຖະບານ​ຕ່າງປະ​ເທດ, ​ຍັງ​ເປັນ​ໝາກຜົນ​ຂອງ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ​ການຮ່ວມ​ມື​ລະຫວ່າງ​ຟິລິບ​ປິນ ​ແລະ​ຈີນ.

ທ່ານ​ກ່າວ​ຕື່ມ​ວ່າ: “ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ສັດຕູຮ່ວມຂອງລັດຖະບານ​ບັນດາ​ປະ​ເທດ, ຜົນສຳ​ເລັດ​ຂອງການ​ຮ່ວມ​ມື​ລະຫວ່າງ​ຟິລິບ​ປິນ ​ແລະ​ຈີນ​ເທື່ອ​ນີ້​ຈະ​ເປັ​ນການ​ກ່າວ​ເຕືອນ​ໃຫ້​ຜູ້​ສໍ້​ລາດ​ບັງ​ຫຼວງຕ່າງປະ​ເທດ​ຮູ້ວ່າ: ຟິລິບ​ປິນບໍ່​​ແມ່ນ​ເຂດລົບ​ລີ້​ທີ່​ປອດ​ໄພ​ສຳລັບ​ຜູ້​ຕ້ອງ​ຫາ​.” ຂະນະ​ດຽວ​ກັນ, ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ຈີນ​​ໃນ​ການ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ແລະ​​ການ​ໄລ່​ລ່າ​ຈັບ​ກຸມ​ຜູ້ກໍ່​ຄະດີ​​ແລ້ວຫຼົບ​ໜີພ້ອມ​ຂອງ​ກາງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

ຄຳ​ເຫັນ

0