吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ຜູ້ອຳນວຍການ​ໃຫຍ່ IMF ຮຽກຮ້ອງ​ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ຊຸດ​ໂຊມ​ຕໍ່​ໄປ​ອີກ

2019-01-18 16:36:20 cri

ວັນ​ທີ 17 ມັງກອນ​ນີ້, ທ່ານ​ເດ​ວິດ​ ລິບ​ຕັນ ຮອງ​ຜູ້ອຳນວຍການ​ຜູ້​ທີ່​ໜຶ່ງ​ຂອງອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ກ່າວ​ວ່າ: ປັດຈຸບັນ​ນີ້, ​ເສດຖະກິດ​ໂລກ​ຜະ​ເຊີນກັບສິ່ງ​ທ້າທາຍຫຼາຍ​ຢ່າງ, ກຸ່ມ​ເສດຖະກິດ​ຕ່າງໆ​ຄວນ​ກຽມພ້ອມ​ໂດຍ​ໄວ ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງທີ່​ເສດຖະກິດ​ຈະ​ຕົກ​ຕ່ຳ​ໃນ​ຕໍ່ໜ້າ.

ທ່ານລິບ​ຕັນ​ໄດ້​ເຜີຍ​ແຜ່​ບົດ​ຄວາມ​ໃນ​ເວັບ​ໄຊ​ທາງ​ການ IMF ວ່າ: ປະສົບ​ການ​ຜ່ານ​ມາ​ໄດ້​ຊີ້​ໃຫ້​ເຫັນ​ວ່າການຕົກ​ຕ່ຳ​ຂອງ​ເສດຖະກິດ​ໃນ​ຮອບ​ຖັດ​ໄປ​ໃກ້​ຈະ​ມາ​ເຖິງ​ແລ້ວ ​ແລະ​ຈັງຫວະ​ການ​ເຕີບ​ໂຕ​​ຂອງເສດຖະກິດ​ໂລກຫຼຸດ​ລົງ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ເປັນ​ສິ່ງ​ສະ​ແດງ​ໃຫ້​​ເຫັນວ່າ​ມີ​ຄວາມຈຳ​ເປັນ​ຕ້ອງ​ກະ​ກຽມ​ໃຫ້​ດີ​ເພື່ອ​ຮັບ​ມື​ກັບ “ການ​ພັດທະນາຕ່ຳ​ກວ່າ​ການ​ຄາດ​ຄິດ”. ທ່ານ​ສະ​ເໜີ​ວ່າ​ບັນ​ດາ​ກຸ່ມ​ເສດຖະກິດ​ຄວນ​ນຳ​ໃຊ້​ນະ​ໂຍບາຍ​ເງິນ​ຕາ ​ແລະ​ການ​​ເງິນ, ກໍ​ຄື​ລະບຽບການ​ຕິດຕາມ​ຄຸ້ມ​ຄອງຕ່າງໆທີ່​ສ້າງ​ຂຶ້ນ​ຫຼັງ​ຈາກ​ວິ​ກິດ​ການ​ການ​ເງິນ ​ເພື່ອ​ຕັ້ງໜ້າ​ປ້​ອງກັນ​ຄວາມ​ສ່ຽງທີ່​ເສດຖະກິດ​ຈະ​ຕົກ​ຕ່ຳລົງ​ໃນ​ຕໍ່ໜ້າ.

ຄຳ​ເຫັນ

0