覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ​ຍົກ​ເລີກ​ແຜນ​ການຂອງ​ຄະ​ນະ​ຜູ້​ແທນ​ອາ​ເມ​ຣິ​ກາ​ທີ່​ຈະ​ເດີນ​ທາງ​ໄປ​ດາ​ວົ​ສ

2019-01-18 10:08:35 cri

ທ່ານ​ໂດ​ໂນ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ຍົກ​ເລີກ​ແຜນ​ການ​ເດີນ​ທາງ​ໄປ​ດາ​ວົ​ສ ຂອງ​ຄະ​ນະ​ຜູ້​ແທນ​ອາ​ເມ​ຣິ​ກາຫຼັງ​ຈາກ​ທີ່​ໄດ້​ຍົກ​ເລີກ​ແຜນ​ການ​ເດີນ​ທາງ​ໄປ​ດາ​ວົ​ສ​ຂອງ​ຕົນ.

 

ຄືນ​ວັນ​ທີ 17 ມັງ​ກອນ​ນີ້, ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ວ່າ ​ເມື່ອ​ພິ​ຈາ​ລະ​ນາ​ເຖິງ ພະ​ນັກ​ງານສັນ​ຍາ​ຈ້າ​ງ​ຂອງສະ​ຫະ​ລັດ​ ຈຳ​ນວນ 8 ແສນ​ຄົນ​ຍັງ​ຢູ່​ໃນ​ສະ​ພາບ​ບໍ່​ມີ​ຄ່າ​ແຮງ​ງານ​ຄື​ເກົ່າ​ຍ້ອນ​ອົງ​ການ​ລັດ​ຖະ​ບານ​ຢຸດ​ເຮັດ​ວຽກ ກໍ​ຄື​ເພື່ອ​ຮັບ​ປະ​ກັນ​ໃຫ້​ທີມ​ງານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສາ​ມາດ​ໃຫ້​ການ​ປະ​ສານ​ງານ​ຕາມ​​ຄວາມ​ຕ້ອງ​ການ, ທ່ານ​ໂດ​ໂນ​ທ​ຣຳ ໄດ້​ຍົກ​ເລີກ​ແຜນ​ການ​ຂອງ​ຄະ​ນະ​ຜຸູ້​ແທນອ​າ​ເມ​ຣິ​ກາ​ທີ່​ຈະ​ເດີນ​ທາງ​ໄປ​ເມືອງ​ດາ​ວົ​ສ ປະ​ເທດ​ສວິ​ສ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ2019.
 

ວັນ​ທີ 10 ມັງ​ກອ​ນ​ນີ້, ທ່ານ​ທ​ຣຳ​ໄດ້​ປະ​ກາດ​ຜ່ານ​ສື່​ສັງ​ຄົມ​ອ໋ອນ​ລາຍ​ວ່າ ເນື່ອງ​ຈາກ​ພັກ​ປະ​ຊາ​ທິ​ປະ​ໄຕ​ມີ​ທ່າ​ທີ​ແຂງ​ກະ​ດ້າງໃນ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຕາມ​ຊາຍ​ແດນ​ແລະ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ໝັ້ງ​ຄົງ​ແຫ່ງ​ຊາດ, ຕົນ​ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ.

ຄຳ​ເຫັນ

0