吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຈະ​ສືບ​ຕໍ່​ຮັກສາ “ສັນຍາຈຳກັດ​ຂີ​ປະ​ນາ​ວຸດ​​ໄລຍະ​​ກາງລະຫວ່າງອາ​ເມຣິກາ-ຣັດ​ເຊຍ”

2019-01-18 16:34:53 cri

ວັນ​ທີ 16 ມັງກອນ​ນີ້, ທ່ານ​ເຊີ​ເກ ລາ​ຟລົບ ລັດຖະມົ​ນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ມົສ​ກູ​ວ່າ: ຣັດ​ເຊຍ​ຍິນ​ດີ​ພະຍາຍາມ​ເພື່ອຣັກສາ “ສັນຍາຈຳກັດ​ຂີ​ປະ​ນາ​ວຸດ​​ໄລຍະ​​ກາງ ລະຫວ່າງອາ​ເມຣິກາ-ຣັດ​ເຊຍ” ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ​ຫວັງ​ວ່າ​ອາ​ເມຣິກາ​ຈະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະຊາ​ຄົມ​ໂລກ​ກ່ຽວ​ກັບບັນຫາການ​ຮັກສາ​​ຄວາມ​ໝັ້ນຄົງທາງ​ຍຸດ​ທະ​ສາດ.

ທ່ານ​ລາ​ຟລົບ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼ​ງຂ່າວປະຈຳ​ປີ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ປັດຈຸບັນ​ນີ້, ສະຖານະ​ການ​ໂລກ​ຍັງ​ມີ​ຄວາມ​ສັບສົນ​ຢູ່​ຄື​ເກົ່າ, ​ແຕ່​ອາ​ເມຣິກາ​ຍັງ​ຖື​ເອົາ​ເຈຕະນາ​ຂອງ​ຕົນ​ກົດ​ໜີບປະຊາ​ຄົມ​ໂລກ. ຣັດ​ເຊຍ​ຫວັງ​ວ່າ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​​ໃນ​ເອີຣົບຈະ​ສະໜັບສະໜູນ​ການ​ຮັກສາ “ສັນຍາຈຳກັດຂີ​ປະ​ນາ​ວຸດ​​ໄລຍະ​​ກາງ ລະຫວ່າງອາ​ເມຣິກາ-ຣັດ​ເຊຍ”, ​ປ່ຽນ​ຈຸດ​ຢືນ​ຂອງ​ຕົນ​ໃນ​ການ​ປະຕິບັດຕາມ​ອາ​ເມຣິກາ ​ແລະ​ອົງການສົນທິ​ສັນຍາປ້ອງກັນອັດ​ລັງ​ຕິກ​ເໜືອ ຫຼື ນາ​ໂຕ.

 

ຄຳ​ເຫັນ

0