尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່ປາ​ແລັ​ສ​ຕິນປະ​ຕິ​ເສດ​ເຈດ​ຕະ​ນາ​ລົມ​ຂອງ​ອາ​ເມ​ຣິ​ກາ​ທີ່​ຢາກ​ເຊັນ​ສັນ​ຍາ​ໂດຍ​ສັນ​ຕິ​ກັບ​ອິ​ສ​ຣາ​ແອນ​ພຽງ​ຝ່າຍ​ດຽວ

2019-01-18 12:21:13 cri

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ ນາ​ບິວ ຊາ​ອັ​ສ ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​ກ່າວ​ເນັ້ນ​ວ່າ: ຝ່າຍ​ປາ​ແລັ​ສ​ຕິນ​ປະ​ຕິ​ເສດ​ເຈດ​ຕະ​ນາ​ລົມ​ທັງ​ໝົດຂ​ອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ຢາກ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ກັບ​ອິ​ສ​ຣາ​ແອນ​ພຽງ​ຝ່າຍ​ດຽວ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ແລັ​ສ​ຕິນ-ອິ​ສ​ຣາ​ແອນ.
 

ໃນ​ມື້​ດັ່ງ​ກ່າວ,ທ່ານ ນາ​ບິວ ຊາ​ອັ​ສ ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຜ່ານ​ສະ​ຖາ​ນີ​ວິ​ທະ​ຍຸ “ສຽງ​ແຫ່ງ​ປາ​ແລັ​ສ​ຕິນ” ​ວ່າ: ຫຼັງ​ຈາກ​ອາ​ເມ​ຣິ​ກາ​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ບໍ່​ເປັນ​ຜົນ​ດີ​ຕໍ່​ຝ່າຍ​ປາ​ແລັ​ສ​ຕິນ​ກ່ຽວ​ກັບ​ບັນ​ຫາ​ປາ​ແລັ​ສ​ຕິນ​ແລ້ວ,ປາ​ແລັ​ສ​ຕິນ​ບໍ່​ຮັບ​ເອົາ​ຂໍ້​ສະ​ເໜີ​ໃໝ່​ໃດໆ​ຂອງ​ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ,ພ້ອມ​ທັງ​ປະ​ຕິ​ເສດ​​ທີ່​ຈະ​ຮັບອາ​ເມ​ຣິ​ກາ​ເປັ​ນ​ຝ່າຍ​ໄກ່​ເກ່ຍ​ຝ່າຍ​ດຽວ​ໃນ​ຂະ​ບວນ​ການ​ສັນ​ຕິ​ພາບ.
 

ໃນ​ມື້​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ແລັ​ສ​ຕິນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ:ພາຍ​ໃຕ້ເງື່ອນ​ໄຂ​ທີ່​ເປັນ​ການ​ເຂົ້າ​ຂ້າງຝ່າຍ​ອິ​ສ​ຣາ​ແອນ,ປາ​ແລັ​ສ​ຕິນ​ຈະ​ບໍ່​ເອົາ​ຫົວຊາ​ຕໍ່​ຂໍ້​ສະ​ເໜີ​ໃດໆ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ປະ​ເທດ​ຕົນ​ກັບອິ​ສ​ຣາ​ແອນ,ເວັ້ນ​ແຕ່​ອາ​ເມ​ຣິ​ກາ​ປ່ຽນ​​ແປງ​ຂໍ້ຕົກ​ລົງ​ທີ່​ທຳ​ລາຍ​ພື້ນ​ຖານ​ສັນ​ຕິ​ພາບ​ສາ​ກ່ອນ.

ຄຳ​ເຫັນ

0