蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ທວງ​ໃຫ້​ສະ​ມາ​ຊິກ​ສະ​ພາ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​​ໂຈມ​ຕີ​ແລະ​ກົດ​ດັນ​ໂດຍ​ບໍ່​ມີ​ເຫດ​ຜົນ​ຕໍ່​ວິ​ສາ​ຫະ​ກິດ​ຈີນ

2019-01-18 15:18:02 CRI

​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ນາງ​ຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ທວງໃຫ້​ສະ​ມາ​ຊິກ​ສະ​ພາ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​ໂຈມ​ຕີ​ແລະ​​ກົດ​ດັນ​ໂດຍ​ບໍ່​ມີ​ເຫດ​ຜົນ​ຕໍ່​ວິ​ສາ​ຫະ​ກິດ​ຈີນ.

ກ່ຽວ​ກັບ​ສະ​ມາ​ຊິກ​ສະ​ພາ​ຈຳ​ນວ​ນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ສະ​ເໜີ​ຍັດ​ຕິ​ອອກ​ມາ​ວ່າ, ຫວັງ​ໃຫ້​ອາ​ເມ​ຣິ​ກາ​ສະ​ກັດ​ກັ້ນ​ການ​ສົ່ງ​ອອກ​ອາ​ໄຫຼ່​​ໃຫ້​ບໍ​ລິ​ສັດ​​ຫົວເຫວີຍ, ບໍ​ລິ​ສັດ ZTE ແລະ ບໍ​ລິ​ສັດ​ໂທ​ລະ​ຄົມ​ອື່ນໆ​ຂອງ​ຈີນ ທີ່​ໄດ້​ລະ​ເມີດ​ກົດ​ໝາຍການ​ຂວ້ຳ​ບາດ ແລະ ກົດ​ໝາຍ​ຄວບ​ຄຸມ​ການ​ສົ່ງ​ອອກ​ຂອງ​ອາ​ເມ​ຣິ​ກາ. ທ່ານ​ນາງ​ ຮ​​ວ້າ​ຊຸນ​ຢິງ​ກ່າວ​ວ່າ, ທົ່ວ​ໂລກ​ລ້ວນ​ແຕ່​ຮູ້​ດີ​ເຈດ​ຕະ​ນາ​​ທີ່ແທ້​ຈິງ​ຂອງ​ອາ​ເມ​ຣິ​ກາ​ທີ່​ພະ​ຍາ​ຍາມ​ໃຊ້​ທຸກວິ​ທີ​ທາງ​ໃນ​ກົງ​ຈັກ​ລັດ ເພື່ອ​ໂຈມ​ຕີ​ແລະ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ຂັ້ນສູງ​ຂອງ​ຈີນ, ຈົນ​​ວ່າ​ມີ​ຜູ້​ເບິ່ງກວ້າງ​ເຫັນ​ໄກຈຳ​ນວນ​ໜຶ່ງ​ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ທາດ​ແທ້​ ແລະ ຜົນ​ຮ້າຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​​ຍ້ອນ​ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ຕື່ມ​ວ່າ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຕາມ​ລຳ​ພັງ​ໃຈ, ຄັດ​ຄ້ານ​ອາ​ເມ​ຣິ​ກາ​ແຊກ​ແຊງ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຕາມ​ປົກ​ກະ​ຕິ​ຂອງວິ​ສາ​ຫະ​ກິດ. ພວກ​ເຮົາ​ທວງ​ໃຫ້ສະ​ມາ​ຊິກ​ສະ​ພາ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​​ໂຈມ​ຕີ​ແລະໃຊ້​ຄວາມ​ກົດ​ດັນ​ໂດຍ​ບໍ່​ມີ​ເຫດ​ຜົນ​ຕໍ່​ວິ​ສາ​ຫະ​ກິດ​ຈີນ, ຢຸດ​ຕິ​ການ​ຊຸກ​ຍູ້​ການ​​ຄົ້ນ​ຄວ້າພິ​ຈາ​ລະ​ນາ​ຍັດ​ຕິ​ທີ່​ກ່ຽວ​ຂ້ອງ ແລະ ເຮັດ​​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ.

ຄຳ​ເຫັນ

0