尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ນາ​ຍົກ​ຈີນ​ຈະ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 30 ຫາ​ 31 ມັງ​ກອນ​ນີ້

2019-01-18 12:22:35 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນວັນ​ທີ 17 ມັງ​ກອນ​ນີ້, ທ່ານ ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜ​ອງ​ຕາມ​ການເຊື້ອ​ເຊີນ​ຂອງ​ທ່ານ ສ​ຕີ​ເວີນ ​ມະ​ນູ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ ແລະ ທ່ານ ໂຣ​ເບີດ ໄລ​ທີ​ເຊີ ຜູ້​ຕາງ​ໜ້າ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ, ທ່ານ ​ຫຼິວ​ເຮີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 30 ຫາ 31 ມັງ​ກອນ​ນີ້,ເພື່ອ​ປຶ​ກ​ສາຫາ​ລື​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.
 

ໃນ​ວັນ​ທີ 7 ຫາ​ວັນ​ທີ 9 ມັງ​ກອນ​ນີ້, ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ຈັດ​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ຮອງ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ລະ​ຫວ່າງ​ປະ​ມຸ​ກ​ລັດ​ຂອງ​ສອງ​ປະ​ເທດ,ໄດ້​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນຢ່າງກວ້າງ​ຂວາງ,ເລິກ​ເຊິ່ງ​ແລະ​ລະ​ອຽດ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ແລະ​ໂຄງ​ປະ​ກອບ​ທີ່​​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ,​ແລະເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ເຊິ່ງໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍ,ພ້ອມ​ດຽວ​ກັນ​ນີ້,ສອງ​ຝ່າຍ​ເຫັນ​ດີ​ຈະສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ.

ຄຳ​ເຫັນ

0