吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫະພາບ​ເອີຣົບຈະ​ໃຊ້​ມາດ​ຕະການ​ຈຳກັດ​ການ​ສົ່ງ​ເຂົ້າສານ​ຂອງ​ກຳປູ​ເຈຍ ​ແລະ​ມຽນມາ

2019-01-18 16:34:20 cri

ວັນ​ທີ 17 ມັງກອນ​ນີ້, ສະຫະພາບ​ເອີຣົບ​ໄດ້​ປະກາດ​ວ່າ: ​ເນື່ອງ​ຈາກ​ຈຳນວນ​ເຂົ້າສານ​ຂອງ​ກຳປູ​ເຈຍ ​ແລະ​ມຽນມາ​ທີ່​ສົ່ງ​ໃຫ້​ເອີຣົບ​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ, ​ໄດ້​ສ້າງ​ຜົນ​ເສຍຫາຍ​ໃຫ້​ວິ​ສາ​ຫ​ະກິດ​ຜະລິດ​ເຂົ້າສານ​ຂອງ​ສະຫະພາບ​ເອີຣົບ, ສະ​ນັ້ນ, ​ເອີຣົບຕັດສິນ​ໃ​ຈນຳ​ໃຊ້​ມາດ​ຕະການ​ຈຳກັດ​ການ​ສົ່ງ​ເຂົ້າສານ​ຂອງ​ກຳປູ​ເຈຍ ​ແລະ​ມຽນມາ​ໃຫ້​​ເອີຣົບ.

​ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ​ໄດ້​ອອກ​ບົດ​ລາຍ​ງານ​ໃນ​ມື້​ດຽວ​ກັນ​ວ່າ: ນັບ​ແຕ່​ວັນ​ທີ 18 ມັງກອນ​ນີ້, ​ເອີຣົບຈະ​ໃຊ້​ມາດ​ຕະການ​ຈຳກັດ​ການ​ສົ່ງ​ເຂົ້າສານຂອງ 2 ປະ​ເທດ​ດັ່ງກ່າວ​ໃຫ້​ເອີຣົບ​ເປັນ​ເວ​ລາ 3 ປີ​ໂດຍ​ການ​ເກັບ​ພາສີຕາມ​ປົກກະຕິ​ຄືນ​​ໃໝ່, ​ໃນ​ນັ້ນ ພາສີ​ໃນ​ປີ​ທີໜຶ່ງ​ແມ່ນ​​ໂຕ​ນລະ 175 ​ເອີ​ໂຣ, ​ປີ​ທີ​ສອງ​ແ​ມ່ນ​​ໂຕນ​ລະ 150 ​​ເອີ​ໂຣ ​ແລະ​ປີ​ທີ​ສອມ​ແມ່ນ​​ໂຕນ​ລະ 125 ​ເອີ​ໂຣ.

​ໃນ​ບົດ​ລາຍ​ງານດັ່ງກ່າວ​ຍັງ​ໄດ້​ລະບຸ​ວ່າ: ​ໃນ 5 ປີຜ່ານມາ, ຈຳນວນ​ເຂົ້າສານ​ຂອງ​ກຳປູ​ເຈຍ ​ແລະ​ມຽນມາ​ທີ່ສົ່ງ​ໃຫ້​ເອີຣົບ​ເພີ່ມ​ຂຶ້ນ 89% ​ແລະ​ລາຄາ​ຕ່ຳ​ກວ່າ​ຕະຫຼາດ​ເອີຣົບຢ່າງ​ຫຼວງ​ຫຼາຍ ​ເຊິ່ງ​ໄດ້​ສົ່ງຜົນ​ກະທົບ​ຕໍ່​ວິ​ສາ​ຫະກິດ​ຜະລິດ​ເຂົ້າສານ​ຂອງ​ເອີຣົບ.

ຄຳ​ເຫັນ

0