赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງການທະຫານມຽນມາກ່າວວ່າລັດຖະບານໄດ້ກຳນົດເອົາກອງທັບອາຣາຄານເປັນອົງການກກໍ່ການຮ້າຍ

2019-01-19 14:13:41 cri

ທາງ​ການ​ທະ​ຫານ​ມຽນ​ມາ​ກ່າວ​ວ່າ​ລັດ​ຖະ​ບານ​ໄດ້​ກຳ​ນົດ​ເອົາ​ກອງ​ທັບ​ອາ​ຣາ​ຄານ​ເປັນ​ອົງ​ການກ​ກໍ່​ການ​ຮ້າຍຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 18 ມັງ​ກອນນີ້ ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ກ່າວ​ວ່າ, ລັດ​ຖະ​ບານ​ມຽນ​ມາ​ໄດ້​ກຳ​ນົດ​ກອງ​ທັບ​ອາ​ຣາ​ຄານ(ARAKAN ARMY)​ເປັນ​ອົງ​ການ​ກໍ່​ການ​ຮ້າຍ ແລະ​ຈະ​ກຳ​ຈັດ​ໃນ​ໄວໆ​ນີ້.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ໄຂ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ກ່າວ​ວ່າ ກອງ​ທັບ​ອາ​ຣາ​ຄານນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2009 ໄດ້​ສູ້​ຮົບ​ກັບ​ກອງ​ທັບ​ປ້ອງກ​ກັນ​ປະ​ເທດ​ມຽນ​ມາ​ມາ​ແຕ່​ປີ 2015 ເປັນ​ຕົ້ນ​ມາ. ຕົ້ນ​ເດືອນ​ມັງ​ກອນນີ້ ກອງ​ທັບ​ອາ​ຣາ​ຄານ​ໄດ້​ຫຼອນ​ໂຈມ​ຕີ​ປ້ອມ​ຕຳ​ຫຼວດ, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຈິ່ງ​ຊີ້​ແຈ້ງ​ໃຫ້​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ຮ່ວມ​ມືກັບ​ກອງ​ຕຳ​ຫຼວດ​ຮ່ວມ​ມື​ກັນ​ກຳ​ຈັດ​ກອງ​ທັບ​ອາ​ຣາ​ຄານ. ວັນ​ທີ 7 ມັງ​ກອນນີ້ ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້​ຮຽກ​ໄຂ​ກອງ​ປະ​ຊຸມ​ໂດຍ​ກ່າວ​ວ່າ, ກອງ​ທັບ​ອາ​ຣ​າ​ຄານ​ແມ່ນ​ອົງ​ການ​ກໍ່​ການ​ຮ້າຍ, ຕ້ອງ​ກຳ​ຈັດ​ຢ່າງ​ແທ້​ຈິງ​ໂດຍ​ໄວ.

ສ່ວນ​ຝ່າຍກອງ​ທັບ​ມຽນ​ມາ​ກ່າວ​ວ່າ, ທາດ​ແທ້​ຂ​ອງກອງທັບ​ອາ​ຣາ​ຄານ​ແມ່ນ​ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ແທ້, ຈະ​ບໍ່​ແມ່ນ​ອົງ​ການ​ປະ​ກອບ​ອາ​ວຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອີກ​ແລ້ວ.

ຄຳ​ເຫັນ

0