吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ​ອາ​ຊຽນ + ຈີນ ຍີ​ປຸ່ນ ແລະ ສ.ເກົາ​ຫຼີ (10+3) ຄັ້ງ​ທີ 18 ຢູ່​ຫວຽດ​ນາມ

2019-01-19 13:21:42 cri

图片默认标题_fororder_timg

ຕາມ​ຂ່າວCRI: ວັນ​ທີ 18 ມັງ​ກອ​ນ​ນີ້, ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ​ອາ​ຊຽນ +​ ຈີນ ຍີ​ປຸ່ນ ແລະ ສ.ເກົາ​ຫຼີ (10+3) ຄັ້ງ​ທີ 18 ໄດ້​ໄຂ​ຂຶ້ນຢູ່​ເມືອງ​ຮ່າ​ລອງ ແຂວງກວາງ​ນີນ​ຂອງຫວຽດ​ນາມ. ທ່ານ​ຊົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ ພ້ອມ​ທັງ​ຜູ້​ນຳ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ອາ​ຊຽນ, ຍີ່​ປຸ່ນ ແລະ ສ​.ເກົາ​ຫຼີ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອ​ນີ້.

     ໃນ​ກອງ​ປະ​ຊຸມ​ທ່ານ​ຊົງ​ໂປ່​ກ່າວ​ວ່າ, ຈີນ-ອາ​ຊຽນ​ເປັນປະ​ເທດແຫຼ່ງ​ນັກ​ທ່ອງ​ທ່ຽວ ແລະ ​ແຫຼ່ງ​ຈຸດ​ໝາຍ​ປາຍ​ທາງການທ່ອງທ່ຽວ​​ທີ່​ສຳ​ຄັນ​ເຊິ່ງ​ກັນ​ແລະ​ກັນ, ຄາດ​ວ່າ, ປີ 2018 ອ​າດ​ຈະ​ມີ 58 ລ້ານ​ເທື່ອ​ຄົນ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ຝ່າຍ. ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ເສົາ​ຄ້ຳ ແລະ ຈຸ​ດ​​ເດັ່ນ​ທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ກັບ ອາ​ຊຽນ.

 ໃນ​ກອງ​ປະ​ຊຸມ, ທ່ານ​ຊົງ​ໂປ່​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຕາງ​ໜ້າ​ຈີນ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 3 ຂໍ້​ຕໍ່​ການ​ພັ​ດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ 10+3 ໃນ​ອະ​ນາ​ຄົດ, ຄື: ໜຶ່ງ,
ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ແລະ ການ​ຮ່ວມ​ມືດ້ານ​ຂະ​ແໜງ​ການ​​, ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ ແລະ ມີ​ລະ​ດັບ​ສຽງ​ຂຶ້ນ. ສອງ, ​ແບ່ງ​ປັນບົດ​ຮຽນ​ຂອງ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ໃນ​​ການສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ, ​ດຶງ​ດູດການ​ລົງ​ທຶນ, ຊຸກ​ຍູ້​ການ​ບໍ​ລິ​ໂພກ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຊຸກ​ຍູ້​​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເພື່ອ​ເຮັດ​ໃຫ້​ພາກ​ພື້ນ​ພັດ​ທະ​ນາໄປ​ພ້ອມ​ກັນ. ສາ​ມ, ເພີ່​ມ​ທະ​ວີ​ກາ​ນ​ຮ່​ວມ​ມື​ດ້ານ​ການ​ພັດ​ທະ​ນາ​​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຍົກ​ລະ​ດັບການ​ເຊື່ອມ​ໂຍງ​ກັນ​ດ້ານ​ການ​ບິນ, ເປີດກວ້າງ​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ການ​ທ່ອງ​ທ່ຽວ, ປັບ​ປຸງ​ສະ​ພາບ​ຄວາມ​ປອດ​ໄພ​ຂອງສິ່ງ​ກໍ່​ສ້າງ​ທ່ອງ​ທ່ຽວ​ ແລະ ປັບ​ປຸງ​ກົນ​ໄກ​​ແກ້​ໄຂຕໍ່​ເຫດ​ການ​ສຸກ​ເສີນດ້ານ​ການ​ທ່ອງ​ທ່ຽວ​ໃຫ້​ສົມ​ບູນ​ຂຶ້ນ.

图片默认标题_fororder_timg (2)

图片默认标题_fororder_timg (1)

图片默认标题_fororder_timg (3)

图片默认标题_fororder_timg (4)

 

ຄຳ​ເຫັນ

0