尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄາດ​ວ່າ ຈຳ​ນວນ​ຜູ້​ໂດຍ​ສານ​ທີ່​ໃຊ້​ການ​ບໍ​ລິ​ການ​ຂົນ​ສົ່ງ​ໂດຍ​ສານ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ 2019 ຈະ​ບັນ​ລຸ​ເຖິງ 2,99 ຕື້​ເທື່ອ​ຄົນ

2019-01-19 14:52:06 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍຫ້ອງ​ການ​ຖະ​ແຫຼງຂ່າວ​ຂອງລັດ​ຖະ​ບານ​ຈີນ​ໃນວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ ລຽນ​ເວີຍ​ລຽງ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ 2019 ຈະ​ເລີ່ມ​ຕົ້ນແຕ່ວັນ​ທີ 21 ມັງ​ກອນ​ນີ້​ແລະ​ສິ້ນ​ສຸດ​ໃນ​ວັນ​ທີ 1 ມີ​ນາ​ປີ​ນີ້. ໃນ​ໄລ​ຍະ​ການ​ຂົນ​ສົ່ງ​ຍາມ​ບຸນ​ກຸດ​ຈີນ​ທີ່​ເປັນ​ເວ​ລາ 40 ວັນ​ນັ້ນ​ຄາດ​ວ່າ​ທົ່ວ​ປະ​ເທດ​ຈະ​ບັນ​ລຸ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈຳ​ນວນ 2 ຕື້ 990 ລ້ານ ເທື່​ອ​ຄົນ,ເພີ່ມ​ຂຶ້ນ 0,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018.
 

ທ່ານ ລຽນ​ເວີຍ​ລຽງ ໃຫ້​ຮູ້​ຕື່ມວ່າ: ຈຸດ​ໜັກ​ວຽກ​ງານ​ຂອງ​ການ​ຂົນ​ສົ່ງ​ໂດຍ​ສານໃນ​ໄລ​ຍະ​​ບຸນ​ກຸດ​ຈີນ​ປີ​ນີ້​ແມ່ນ: ໜຶ່ງ, ຍົກ​ລະ​ດັບ​ການ​ຄ້ຳ​ປະ​ກັນ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ໃຫ້​ສູງ​ຂຶ້ນ. ເຊິ່ງ​ຈະ​ເຮັດ​ໃຫ້ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ລົດ​ໄຟ​ໄດ້​ເພີ່ມ​ຂຶ້ນ 5,4% ແລະ 5,2% ເມື່ອ​ທຽບ​ໃສ່​ປີ​ກາຍ. ໃນ​ດ້ານການ​ບິນ​ພົນ​ລະ​ເຮືອນ​ຄາດ​ວ່າ​ຈະ​ຈັດຖ້ຽວ​ບິນ  5 ແສນ 3 ໝື່ນ 2 ພັນ​ຖ້ຽວ,ເພີ່ມ​ຂຶ້ນ​ປະ​ມານ 10% ເມື່ອ​ທຽບ​ໃສ່​ປີ​ກາຍ. ໃນ​ດ້ານ​ການ​ຂົນ​ສົ່ງ​ທາງ​ຫຼວງ​ຈະໃຊ້​ລົດ​ໂດຍ​ສານ  8 ແສນ 1 ໝື່ນ​ກວ່າ​ຄັນ,ມີ​ຈຳ​ນວນບ່ອນ​ນັ່ງ 21 ລ້ານກວ່າ​ບ່ອນ​ນັ່ງ;ສ່ວນທາງ​ນ້ຳ​​ຈະ​ໃຊ້​ກຳ​ປັ່ນໂດຍ​ສານ 20 ພັນ​ກວ່າ​ລຳ,​ມີປະ​ມານ 1 ລ້ານ​ບ່ອນ​ນັ່ງ.  ສອງ,ປັບ​ປຸງ​ການ​ບໍ​ລິ​ການ​ດ້ານ​ການ​ຊື້​ປີ້​ໃຫ້​​ດີ​ຂຶ້ນ. ສາມ,​ເພີ່ມ​ທະ​ວີການ​ບໍ​ລິ​ການ​ອາ​ສາ​ສະ​ໝັກ. ໃນ​ໄລ​ຍະ​ການ​ຂົນ​ສົ່ງ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້ທົ່ວ​ປະ​ເທດ​ຈະ​ມີ​ອາ​ສາ​ສະ​ໝັກ​ໄວ​ໜຸ່ມ 2 ແສນ 3 ໝື່ນ​ໃຫ້​ການ​ບໍ​ລິ​ການ​ອາ​ສາ​ສະ​ໝັກ​ຢູ່​ໃນ 23 ພັນ​ຕຳ​ແໜ່ງ. ສີ່,ບຳ​ບັດ​​ຄວາມ​ສ່ຽງ​ໃນ​ດ້ານ​ຄວາມ​ສະ​ຫງົບ. ຫ້າ, ແກ້​ໄຂ​ບັນ​ຫາ​ລົດ​ຕິດ. ຫົກ,ແກ້​ໄຂບັນ​ຫາ​ການກະ​ທຳ​ຜິດ​ກົດ​ໝາຍ​ແລະ​ຜິດ​ກົດ​ລະ​ບຽບ​​ແລະ​ໄຮ້​ຄວາມ​ສິນ​ເຊື່ອ​ຢ່າງ​ໜັກ​ໜ່ວງ.

ຄຳ​ເຫັນ

0