尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົບ​ປະ​ຄັ້ງ​ທີ 2 ລະ​ຫວ່າງຜູ້​ນຳ​ອາ​ເມ​ຣິ​ກາ-ສ​ປ​ປ ເກົາ​ຫຼີ ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ກຸມ​ພາ​ໜ້າ​

2019-01-19 14:52:33 cri

ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາໃຫ້​ຮູ້ໃນ​ວັນ​ທີ 18 ມັງ​ກອນ​ນີ້​ວ່າ: ການ​ພົບ​ປະ​ຄັ້ງ​ທີ 2 ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ຣິ​ກາ​ກັບ​ສ​ປ​ປ ເກົາ​ຫຼີ ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ກຸມ​​ພາ​ປີນີ້,ສະ​ຖານ​ທີີ່​ຂອງການ​ພົບ​ປະ​ຈະ​ເປີດ​ເຜີຍ​ໃນອີກ​ບໍ່​ດົນ​ຕໍ່​ໜ້າ​ນີ້.
 

ໃນ​ມື້​ດັ່ງ​ກ່າວ ຢູ່​ທຳ​ນຽບ​ຂາວ​ຂອງ​ອາ​ເມ​ຣິ​ກາ, ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ໄ​ດ້​ພົບ​ປະ​ເຈ​ລະ​ຈາກັບ​ທ່ານ ກິມ​ໂຢງ​ໂຊ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານເກົາ​ຫຼີ ຂອງ​ສ​ປ​ປ ເກົາ​ຫຼີ ທີ່​ໄປ​ຢ້ຽມ​ຢາມ​ປະ​ມານ 1 ຊົ່ວ​ໂມງ​ເຄິ່ງ​. ຫຼັງ​ການ​ພົ​ບ​ປະ,ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຂ່າວ​ກ່ຽວ​ກັບ​ຜູ້​ນຳ​ສອງ​ປະ​ເທດ​ຈະ​ພົບ​ປະ​ຄັ້ງ​ທີ 2 .

ຄຳ​ເຫັນ

0