赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໃຊ້​ມາດ​ຕະ​ການ​ທີ່​ແຂງ​ແຮງ​ເພື່ອ​ແກ້​ໄຂ​ບັນ​ຫາ​ຕິດ​ໜີ້​ເງິນ​ເດືອນ​ຂອງ​ຊາວ​ກະ​ສິ​ກອນ​ຜູ້​ທີ່​ຊອກວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຕົວ​ເມືອງ

2019-01-19 11:57:46 cri

 

ກ່ອນ​ບຸນ​ກຸ​ດ​ຈີນ ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ຂອງ​ຈີນ​ຈະ​ໝູນ​ວຽນ​ມາ​ເຖິງ, ສຳ​ລັບ​ຊາວ​ກະ​ສິ​ກອນ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ແລ້ວ ສິ່ງ​ທີ່​ຢາກ​ໄດ້​ທີ່​ສຸດນອກ​ຈາກ​​ປີ້​ລົດ​ກັບ​ເມືອ​ຢາມ​ບ້ານ​ແລ້ວ, ກໍ່​ຍັງ​ມີລາຍ​ໄດ້​ເຮັດວຽກ. ວັນ​ທີ 18 ມັງ​ກອນນີ້ ທ່ານ​ຊິວ​ສຽວ​ຜິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ແລະຄ້ຳ​ປະ​ກ​ກັນ​ສັງ​ຄົມ​ຈີນ​ໃຫ້​ສຳ​ພາດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ, ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ທຸກ​ຝ່າຍ,ສະ​ພາບ​ການຕິດ​​ໜີ້​ເງິນ​ເດືອນ​ຂອງຊາວ​ກະ​ຊິ​ກອນ​ຜູ້​ທີ່​ຊ​ອກວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຕົວ​ເມືອງ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ນັ້ນ​ໄດ້​ຮັບ​ການ​​ສະກັດ​ກັ້ນ​ໄວ້. ກ່ອນ​ບຸນ​ກຸດ​ຈີນ​ປີນີ້ ລັດ​ຖະ​ບານ​ຈະ​ນຳ​ໃຊ້​ມ​າ​ດ​ຕະ​ການ​ຢ່າງ​ແຂງ​ແຮງຕື່ມມ​ອີກ, ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ອັນ​ໄພ​ສານ​ນັ້ນ​ໄດ້​ຮັບ​ລາຍ​ຮັບ ແລ້ວ​ກັບ​ເມືອ​ຢາມ​ບ້ານ​ຢ່າງ​ສະ​ດວກ.

ຕະ​ຫຼອດ​ໄລ​ຍະ 40 ປີ ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ຊາວ​ກະ​ສິ​ກອນ​ຜູ້​ທີ່​ຊອກ​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຕົວ​ເມືອ​ງໄດ້​ກາຍ​ເປັນ​ຕົວ​ຫຼັກ​ຂອງ​ກຳ​ມະ​ກອນ​ຈີນ. ການ​ທີ່​ຄ້ຳ​ປະ​ກັນ​ລາຍ​ຮັບ​ທີ່​ຊອບ​ດ້ວຍ​ກົ​ໝາຍ​ຂອງ​ກຸ່ມ​ຄົນ​ເຫຼົ່າ​ນີ້, ພົວ​ພັນ​ເຖິງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ກະ​ກອນ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ອັນ​ໄພ​ສານ. ລັດ​ຖະ​ບານ​ຈີນ​ສຸດ​ທິ​ເອົາ​ໃຈ​ໃສ່​ນຳ​ບັນ​ຫານີ້​ແລະ​ໄດ້​ວາງ​ກົດ​ລະ​ບຽບ​ແລະ​ມາດ​ຕະ​ການ​ຢ່າງ​ເປັນ​ລະ​ບົບ​ອອກ​ມາ, ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ໝົດ​ປີ 2018 ​ໄດ້​ສືບ​ສວນ​ຄະ​ດີ​ຕິດ​ໜີ້​ເງິນ​ເດືອນ 86 ພັນ​ຄະ​ດີ, ໄດ້​ຈ່າຍ​ເງິນ​ເດືອນ​ຈຳ​ນວນ 16 ຕື້ 40 ລ້ານຢວນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຈຳ​ນນ 1 ລ້ານ 6 ແສນ 8 ໝື່ນ 9 ພັນ​ຄ​ຄົນ.

ຄຳ​ເຫັນ

0