何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ປລາວ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງຫົວ​ໜ້າ​ກົມ​​ໃຫຍ່ວຽກ​ງານ​ການ​ເມືອງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານສູນ​ກາງ​ຈີນ

2019-01-20 13:35:45 CRI

ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​​ແຫ່ງ​ສ​ປ​ປລາວ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ​ມຽວ​ຮ​ວາ, ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ ຫົວ​ໜ້າ​ກົມ​​ໃຫຍ່ວຽກ​ງານ​ການ​ເມືອງ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​​ສູນ​ກາງຈີນຢູ່​ທີ່​ນະ​ຄອນຫຼວງ​ວຽງ​ຈັນ.

 

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ກ່າວ​ວ່າ, ​ຫວັງ​ວ່າ​ສອງ​ຝ່າຍ​ສືບ​ຕໍ່​ປັບ​ປຸງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ ລົງ​ເລິກ​ການ​ຮ່ວມ​ມື​ໃນຂົງ​ເຂດ​ຕ່າງໆ, ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ພັກ ສອງ​ລັດ ແລະ​ສອງກອງ​ທັບ​ຈີນ​ລາວ ລາວ​ຈີນກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ​ເລື້ອຍໆ.

 

ທ່ານ​ມຽວ​ຮ​ວາ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ ແລະ​ຄວາມອວຍ​ພອນ​ອັນ​​ປະ​ເສີດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ແລະ​ກ່າວ​ວ່າ ກອງ​ທັບ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ​ ​ຮ່ວມ​ມື​ລະ​ຫວ່າງ​ສອງກອງ​ທັບ​ຕື່ມ​ອີກ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນກັບ​ລາວ.

ຄຳ​ເຫັນ

0