何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ 11 ປະ​ເທດ​ພາ​ຄີ CPTPPອອກ​ຖະ​ແຫຼງ​ການ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ

2019-01-20 13:31:27 CRI

ວັນ​ທີ 19 ມັງ​ກອນ​ນີ້, 11 ປະ​ເທດ​ພາ​ຄີ​ສັນ​ຍາ​ຄູ່​ຮ່ວມແບບ​ຮອບ​ດ້ານ ແລະ​ກ້າວ​ໜ້າ​ຂ້າມມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຫຼື CPTPP ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທຳ​ອິດ​​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່​ປຸ່ນແຕ່​ສັນ​ຍາ​ດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້​ເປັນ​ຕົ້ນ​ມາ. ຫຼັງ​ກອງ​ປະ​ຊຸມ, ຝ່າຍ​ຕ່າງໆ​ໄດ້​ເຜີຍ​ແຜ່​ຖະ​ແຫຼງ​ການ​ຮ່ວມ, ໂດຍ​ສະ​ແດງ​ຈຸດ​ຢືນ​ທີ່​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ ແລະ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ.

 

ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ປຶກ​ສາ​ຫາ​ລື ແລະ​ຕົກ​ລົງ​ວຽກ​ງານ​ຕ່າງໆ, ເຊັ່ນ, ຂັ້ນ​ຕອນ​ການລະ​ອຽດ​ຂອງ​ການ​ເຈ​ລະ​ຈາ​ສຳ​ລັບ​ປະ​ເທດ ຫຼື ເຂດ​ແຄວ້​ນ​ທີ່​ຢາກ​ເຂົ້າ​​ເປັນ​ປະ​ເທດ​ພາ​ຄີ​ສັນ​ຍາ​ດັ່ງ​ກ່າວ, ​ແລະ​ໄດ້​ເຜີຍ​ແຜ່​ຖະ​ແຫຼງ​ການ​ຮ່ວມຫຼັງ​ກອງ​ປະ​ຊຸມ, ໂດຍ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທີ່​ຟື້ນ​ຕົວ​ຂຶ້ນ​ໃນ​ໂລກ. ໃນ​ຖະ​ແຫຼງ​ການ​ໄດ້​ລະ​ບຸ​ວ່າ, ເພື່ອ​ຮັບ​ມື​ກັບ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ຄວນ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​ຢ່າງ​ແຂງ​ແຮງ, ແລະ​ເປີດກວ້າງ​ຂະ​ໜາດ​ຂອງ​ສັນ​ຍາCPTPP.

 

ເດືອນ​ມັງ​ກອນ​ປີ2017, ອາ​ເມ​ລິ​ກາ​ໄດ້​ຖອນ​ຕົວ​ອອກ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ຂ້າມ​ມະ​ຫາ​ສະ​ໝຸດປາ​ຊີ​ຟິກ ຫຼື TPP. 11ປະ​ເທດ​ອື່ນ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາTPPນັ້ນ​ໄດ້​ປັບ​ປຸງ​ສັນ​ຍາ​ສະ​ບັບ​ເກົ່າໃຫ້​ເປັນCPTPP. ວັນ​ທີ 30 ທັນ​ວາ ປີ2018ທີ່​ຜ່ານ​ມາ, ສັນ​ຍາCPTPP​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0