郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ​ສະ​ເໜີ​ແຜນ​ກາ​ນ​ແກ້​ໄຂບັນ​ຫາ​ອົງ​ການລັດ​ຖະ​ບານ​ຢຸດ​ເຮັດ​ວຽກ ແຕ່​ພັກ​ແດ​ໂມ​ແຄ​ຣ​ຕິກບໍ່​ເຫັນ​ດີ​ນຳ

2019-01-20 17:09:46 cri

  ວັນ​ທີ 19 ມັງ​ກອນນີ້, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ແຜນ​ການ​ສະ​ບັບ​ໜຶ່ງ​ຢູ່​ທີ່​ທຳ​ນຽບ​ຂາວ ໂດຍ​ລວມ​ທັງ​​ຢຸດ​ເຊົາ​ແຜນ​ການສົ່ງ​ຄືນ​ຊາວ​ຍ້າຍ​ຖິ່ນ​ຖານສ່ວນ​ໜຶ່ງເປັນ​ການ​ຊົ່ວ​ຄາວ, ເພື່ອ​ຜ່ອນ​ຄາຍ​ສະ​ພາບ​ແຂງ​ກະ​ດ້າງ​ຍ້ອນ​ການ​ເຈ​ລະ​ຈາ​ກັບ​ພັກ​ແດ​ໂມ​ແຄ​ຣ​ຕິກ, ​ແລະສິ້ນ​ສຸດ​ສະ​ພາບ​ການ​ຢຸດ​ເຮັດ​ວຽກ​ຂອງ​​ອົງ​ການລັດ​ຖະ​ບານ​ສະ​ຫະ​ລັດ. ແຕ່​ພັກ​​ແດ​ໂມ​ແຄ​ຣ​ຕິກພັດ​ບໍ່​​ເຫັນ​ດີ​ນຳ.

   ວັນ​ທີ 19 ມັງ​ກອນນີ້, ທ່ານນາງນານ​ຊີ ເພ​ໂລ​ຊີ ປະ​ທານສະ​ພາຕ່ຳ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ, ​ສະ​ມາຊິກ​ພັກ​​ແດ​ໂມ​ແຄ​ຣ​ຕິກ​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ແຜນ​ການ​ຂອງ​ທ່ານ​ທ​ຣຳ​ພຽງ​ແຕ່​ເປັນ​ການ​ລວບ​ລວມ​ຂໍ້​ສະ​ເໜີ​ທີ່​ຖືກ​ຕີ​ໂຕ້​ຄືນ​ເທົ່າ​ນັ້ນ, ບໍ່​ອາດ​ໄດ້​ຮັບ​ການ​​ຮັບ​ຮອງໃນ​ສະ​ພາ​ຕ່ຳ. ທ່ານ​ນາງ​ກ່າວ​ຢ້ຳ​ວ່າ,ຫຼັງ​ຈາກ​ລັດ​ຖະ​ບານ​ສະ​ຫະ​ລັດ​ຟື້ນ​ຟູ​ການເຮັດ​ວຽກ​ແລ້ວ ຈຶ່ງອ​າດ​ຈະ​ປຶກ​ສາ​ຫາ​ລືກັບ​ທຳ​ນຽບ​ຂາວ​ກ່ຽວກັບຂໍ້​ສະ​ເໜີ​ເພີ່ມ​ຄວາມ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນ​ເທົ່າ​ນັ້ນ.

   ຍ້ອນ​ທຳ​ນຽບ​ຂາວ​ແລະ​ພັກ​ແດ​ໂມ​ແຄ​ຣ​ຕິກມີ​ຄວາມ​ຂັດ​ແຍ້ງ​ທີ່​​ໜັກ​ໜ່ວງໃນ​ບັນ​ຫາ​ກ​ສ້າງ​ກຳ​ແພງຕາມ​ຊາຍ​ແດນອາ​ເມ​ລິ​ກາ​ແມັກ​ຊິກ, ບັນ​ດາ​ຝ່າຍ​ບໍ່​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ໃນ​ຍັດ​ຕິງົບ​ປະ​ມານ, ຈົນ​ເຮັດ​ໃຫ້​ອົງ​ການ​ລັດ​ຖະ​ບານ​ສ​ະ​ຫະ​ລັດ​ອາ​ເມ​ລິ​ກາ1/4 ປິດປະ​ຕູແຕ່ຕອນ​ຂ້ອນ​ແຈ້ງວັນ​ທີ22ທັນ​ວາ​ປີ​ຜ່ານ​ມານີ້, ຈົນ​ມາ​ຮອດ​ວັນ​ທີ 19 ມັງ​ກອນນີ້​ເປັນ​ເວ​ລາ 29 ມື້​, ເຊິ່​ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0