吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາກ​ເໜືອ​ຊີຣີ​​ເກີດ​ເຫດ​ລະ​ເບີດ​ເຮັດ​ໃຫ້​​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ​ບາ​ດ​ເຈັບ

2019-01-21 16:16:20 cri

ວັນ​ທີ 20 ມັງກອນ​ນີ້, ສື່​ມວນ​ຊົນ​ເຄີ​ສຊີຣີ​ລາຍ​ງານ​ວ່າ: ​​ໃນ​ມື້​ດຽວ​ກັນ ເມືອງອາ​ຟຣີນ​ແຂວງ​ຮາ​ລາບ​ທາງພາກ​ເໜືອ​ຊີຣີ​ໄດ້​ເກີດ​ເຫດ​ລະ​ເບີດ​​ໃນ​ລົດ​ເມ​ໃນ​ມື້​ດຽວ​ກັນ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ.

ລາຍ​ງານຂ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ການລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ມີ​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະບາ​ດ​ເຈັບ, ​ແຕ່​ບໍ່​ໄດ້​ລະບຸ​ເຖິງ​ຈຳນວນ​ຕົວ​ຈິງ. ຕາມຮູບພາບ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລົດ​ເມ​ທີ່​ເກີດ​​ລະ​ເບີດ​ເກືອບຖືກ​ທຳ​ລາຍໝົດ ​ແລະຜູ້​ໄດ້​ຮັບ​ເຈັບ​ຫຼາຍ​ຄົນນອນຢູ່ຕາມ​ເສັ້ນທາງ.

ປັດຈຸບັນ​ນີ້, ຍັງ​ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​ດັ່ງກ່າວ.

 

ຄຳ​ເຫັນ

0