尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານທູດລາວປະຈຳສປຈີນຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70

2019-01-21 11:19:35 cri

 

图片默认标题_fororder_a1

ສະຖານເອກອັກຄະລັດຖະທູດສປປລາວ ປະຈຳ ສປ ຈີນ ໄດ້ຈັດປາຖະກະຖາເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ໃນວັນທີ 19 ມັງກອນນີ້ໂດຍການໃຫ້ກຽດເຂົ້າ  ຮ່ວມຂອງ ທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວພ້ອມພະນັກງານສະຖານທູດ,ພະນັກງານທີ່ເຮັດວຽກຢູ່ຈີນ ແລະ ນັກສຶກສາເຂົ້າຮັບຟັງຢ່າງພ້ອມພຽງ.

图片默认标题_fororder_a2
ທ່ານ ພັນເອກ ວັນສົມ ສົມມຸງຄຸນ ທີ່ປຶກສາປ້ອງກັນຊາດສະຖານເອກອັກຄະລັດຖະທູດລາວປະຈຳສປຈີນໄດ້ໃຫ້ກຽດປາຖະກະຖາໂດຍທ່ານໄດ້ຫວນຄືນເຫດການສຳຄັນວ່າ:ຕອນເຊົ້າຂອງວັນທີ່ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖ້ຳແມເຂດລາວຮຸ່ງ-ພຽງສາ  ເມືອງຊຽງຄໍ້ແຂວງຫົວພັນ ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງກອງລາດຊະວົງ  ໂດຍແມ່ນທ່ານ ເພັດສະວົງ ເປັນຫົວໜ້າການທະຫານ,ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄຳມູນ ເປັນຮອງຜູ້ບັນຊາການ. ໃນມື້ດຽວກັນນັ້ນ, ພາຍໃຕ້ການນຳພາຂອງສາຂາພັກກອມມູນິດອິນດູຈີນປະຈຳແຄ້ວນລາວກອງປະຊຸມໄດ້ເອົາສະຖານທີ່ກອງລາດຊະວົງເປັນບ່ອນຈັດພິທີປະກາດການສ້າງຕັ້ງກອງທັບລາວອິດສະຫຼະຂື້ນຢ່າງເປັນທາງການໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາການໂດຍກົງ. ຖັດຈາກນັ້ນມາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ,ກອງຟ້າງຸ່ມ,ກອງປັດໄຈ ແລະ ກອງໄຊເຊດຖາກໍໄດ້ປະກາດໂຮມເຂົ້າເປັນກອງທັບລາວອິດສະຫລະຢ່າງເປັນທາງການ.

图片默认标题_fororder_a3
ນອກຈາກນີ້ທ່ານຍັງໄດ້ຍົກໃຫ້ເຫັນໄຊຊະນະໃນໄລຍະຕໍ່ສູ້ຕ້ານການຮຸກຮານ ແລະ ຍຶດຄອງຂອງພວກລ່າເມືອງຂື້ນຟຣັງ ( 1949-1954), ໄຊຊະນະໃນການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດອາເມຣິກາ ( 1954-1975) ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໂດຍສະເພາະແມ່ນສາມໄລຍະທີ່ເປັນປະຫວັດສາດ,ສອງເຫດການປະຫວັດສາດ ແລະ 5 ບັ້ນຮົບໃຫຍ່ທີ່ເປັນປະຫວັດສາດລວມທັງໄລຍະປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

图片默认标题_fororder_a4
ຕອນທ້າຍຂອງການປາຖະກະຖາຫວນຄືນມູນເຊື້່ອຄັ້ງນີ້ທ່ານ ພັນເອກ ວັນສົມ ສົມມຸງຄຸນໄດ້ກ່າວອີກວ່າ: ກອງທັບປະຊາຊົນລາວແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ຈັດຕັ້ງ,ນຳພາ-ບັນຊາ ແລະ ສຶກສາອົບຮົມຈຶ່ງມີທາດແທ້ປະຕິວັດ,ທາດແທ້ຊົນຊັ້ນກຳມະກອນ ແລະ ທາດແທ້ປະຊາຊົນ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ ແລະ ນັກສຶກສາຈົ່ງຮູ້ບຸນຄຸນ ຈົດຈຳ ແລະ ຮ່ຳຮຽນເອົາມູນເຊື້ອອັນປະເສີດຂອງກອງທັບເຮົາເພື່ອມາໝູນໃຊ້ໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍນັ້ນໃຫ້ສຳເລັດຜົນຢ່າງງົດງາມ.

ຄຳ​ເຫັນ

0