李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລົງ​ທຶນ​ໃສ່​ຂະ​ແໜງ​ການ​ຜະ​ລິດ​ແລະ​ການ​ລົງ​ທຶນ​ຂອງ​ເອ​ກະ​ຊົນ​ຈີນ​ເພີ່ມ​ຂຶ້ນໄວ​ກວ່າ​ເກົ່າ

2019-01-21 16:29:41 cri

    ວັນ​ທີ 21 ມັງ​ກອນນີ້, ທ່ານ ນິ້ງ​ຈີ​ເຈີ ຫົວ​ໜ້າ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ ກ່າວ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງວ່າ: ປີ 2018, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງການ​ລົງ​ທຶນ​ຂອງ​ຈີນ​​ອ່າວ​ຊັກ​ຊ້າ​ລົງ​ຢ່າງ​​ຊັດ​ເຈນ, ແຕ່​ການ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ຜະ​ລິດ​ແລະ​ການ​ລົງ​ທຶນ​ຂອງ​ເອ​ກະ​ຊົນ​ໄດ້​ເພີ່ມ​ຂຶ້ນໄວ.

    ທ່ານ ນິ້ງ​ຈີ​ເຈີ ກ່າວ​ວ່າ: ໃນ​ປີ 2018 ການ​ລົງ​ທຶນ​ດ້ານອະ​ສັງ​ຫາ​ລິ​ມະ​ສັບ (ບໍ່​ລວມ​ທັງ​ຄອບ​ຄົວ​ກະ​ສິ​ກອນ) ໃນ​ທົ່ວ​ປະ​ເທດ ໄດ້​ບັນ​ລຸຫຼາຍກວ່າ 63.000 ຕື້ຢວນ, ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ປີ 2017, ຄວາມ​ໄວ​ເພີ່ມ​ຂຶ້ນ​ໄວ​ກວ່າ 3 ໄຕ​ມາດ​ກ່ອນ​ຂອງ​ປີ​ຜ່ານ​ມາ 0,5 ຈຸດ. ໃນ​ນີ້, ການ​ລົງ​ທຶນ​ຂອງ​ເອ​ກະ​ຊົນ​ບັນ​ລຸ 39.000 ກວ່າຕື້ຢວນ, ເພີ່ມ​ຂຶ້ນ 8,7% ແລະ​ໄວ​ກວ່າ 2,7 ຈຸດ​ເມື່ອ​ທຽບ​ໃສ່​ປີ 2017. ສ່ວນ​ໃນ​ເດືອນ​ທັນ​ວາ​ຜ່ານ​ມາ, ການ​ລົງ​ທຶນ​ດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ​ໄດ້​ເພີ່ມ​ຂຶ້ນ 0,42% ເມື່ອ​ທຽບ​ໃສ່​ເດືອນ​ພະ​ຈິກ​ຜ່ານ​ມາ.

    ຂະ​ນະ​ດຽວ​ກັນ, ການ​ລົງ​ທຶນ​ໃນ​ຂະ​ແໜງ​ການ​ຜະ​ລິດ​ເຕັກ​ນິກ​ຂັ້ນ​ສູງ​ແລະ​ຂະ​ແໜງ​ການ​ຜະ​ລິດ​ອຸ​ປະ​ກອນ ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນ 16,1% ແລະ 11,1% ​ຕາມ​ລຳ​ດັບເມື່ອ​ທຽບ​ໃສ່​ປີ 2017, ແລະ​ໄວ​ກວ່າ 6,6 ຈຸດ ແລະ 1,6 ຈຸດ.

ຄຳ​ເຫັນ

0