李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ເຊື້ອ​ເຊີນ​ນັກ​ທ່ອງ​ທ່ຽວ​ຈີນ​ເປັນ​ສັກ​ຂີ​ພິ​ຍານ​ສ້າງ​ສະ​ຖິ​ຕິ​ກິ​ເນັ​ສ​ບຸກ​ກ່ຽວ​ກັບ “ເຂົ້າ​ໜຽວ​ໝາກ​ມ່ວງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ”

2019-01-21 16:47:08 cri

    ວັນ​ທີ 20 ມັງ​ກອນນີ້, ລັດ​ຖະ​ບານ​ໄທ​ໄດ້​ຮ່ວມ​ກັບ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ ເຊື້ອ​ເຊີນ​ນັກ​ທ່ອງ​ທ່ຽວ​ຈີນ​ເພື່ອ​ເປັນ​ສັກ​ຂີ​ພິຍານ​ໃຫ້​ແກ່​ການ​ສ້າງສະ​ຖິ​ຕິ​ກິ​ເນັ​ສ​ບຸກ​ກ່ຽວ​ກັບ “ເຂົ້າ​ໜຽວໝາກ​ມ່ວງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ” ໂດຍໄທ​ຈັດ​ຂຶ້ນ​ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ໃຫ້​ຄວາມສຳ​ຄັນ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ເພື່ອ​ຍົກ​ສູງ​ພາບ​ພົດ​ດ້ານ​ການ​ທ່ອ​ງ​ທ່ຽວ​ຂອງ​ໄທ.

    ໃນ​ງານ​ລ້ຽງ​ອາ​ຫານ​ເຂົ້າ​ໜຽວ​​ໝາກ​ມ່ວງ​ໃຫ້ແກ່​ 1 ໝື່ນ​ຄົນ​ທີ່​ຈັດ​ຈຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ໃນ​ມື້​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ຮັບ​ຮອງ​ສະ​ຖິ​ຕິ​ກິ​ເນັ​ສ​ບຸກ​ປະ​ກາດ​ວ່າ: ໄທ​ໄດ້​ນຳ​ໃຊ້​ເຂົ້າ​ໜຽວ 1.500 ກິ​ໂລ ​ແລະ​ໝາກ​ມ່ວງຫຼາຍ​ພັນ​ໜ່ວຍ​ເຮັດ​ເປັນ​ເຂົ້າ​ໜຽວ​​ໝາກ​ມ່ວງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ​ເຊິ່ງ​ມີ​ນ້ຳ​ໜັກ​ເຖິງ 4.500 ກິ​ໂລ. ນັກ​ທ່ອງ​ທ່ຽວ​ຈີນ​ເກືອບ​ໝື່ນ​ຄົນ​ຖືກ​ເຊີນ​ໄປ​ຊິມ​ອາ​ຫານ​ຫວານ​ທີ່​ມີ​ຊື່ສຽງ​ດັ່ງ​ກ່າວຂອງ​ໄທ.

    ທ່ານ ປ​ຣະ​ວິດ ວົງ​ສຸ​ວັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ກ່າວ​ໃນ​ງານ​ລ້ຽງ​ດັ່ງ​ກ່າວ​ວ່າ: ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຈຳ​ນວນ​ນັກ​ທ່ອ​ງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ໄທ​ນັ້ນ​ໄດ້ຫຼຸດ​ໜ້ອຍ​ລົງ, ລັດ​ຖະ​ບານ​ໄທ​ຈຶ່ງ​ຫວັງ​ວ່າ ຜ່ານ​ຈາກ​ການ​ເພີ່ມ​ທະ​ວີ​​ສ້າງ​ສິ່ງອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ຄວາມ​ປອດ​ໄພ​ດ້ານ​ການ​ທ່ອງ​ທ່ຽວແລະ​ການ​ຈັດ​ກິດ​ຈະ​ກຳ​ກ່ຽວ​ກັບ​ການ​ສ້າງ​ສະ​ຖິ​ຕິ​ກິ​ເນັ​ສ​ບຸກຄັ້ງ​ນີ້ ຈະ​ສາ​ມາດ​ສ້າງ​ມິດ​ຕະ​ພາບ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນ ແລະ​ເພີ່ມ​ທະ​ວີ​ຄວາມ​ຮັກ​ແພງ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ. ຂະ​ນະ​ດຽວ​ກັນ, ລັດ​ຖະ​ບານ​ໄທ​ຍັງ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍໃຫ້​ບູ​ລິ​ມະ​ສິດ​ຕໍ່​ນັກ​ທ່ອງ​ທ່ຽວ​ຈີນຫຼາຍ​ຢ່າງ ຄື​ໄດ້​ປະ​ກາດ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ​ວ່າ, ຈະ​ແກ່​ຍາວ​ເວ​ລາ​ຍົກ​ເວັ້ນ​ຄ່າ​ວີ​ຊາ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຂອງ 21 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງ​ລ​ວມ​ທັງ​ຈີນນັ້ນ​ໄປ​ຈົນ​ເຖິງວັນ​ທີ 30 ເມ​ສາ​ປີນີ້.

ຄຳ​ເຫັນ

0