黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ຊະ​ນະ​ຊອກ​ດາ​ນີ​ໃນ​ການ​​ຍິງ​ລູກ​ໂທດຜ່ານ​ເຂົ້າ​ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ

2019-01-21 15:30:55 cri

ການ​ແຂ່ງ​ຂັນ​ຮອບ 16 ທີມ​ສຸດ​ທ້າຍ​ຂອງ​ການ​ແຂ່ງ​ຂັນ​ເຕະ​ບານ​ຂັນ​ອາ​ຊີ​ປີ 2019 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນ​ນີ້, ທີມ​ຫວຽດ​ນາມ​ແລະ​ທີມ​ຊອກ​ດາ​ນີ​ສະ​ເໝີ​ກັນ 1 ຕໍ່ 1 ປະ​ຕູ​​ໃນ 120 ນາ​ທີ​ແລ້ວ​ຈິ່ງ​ຍິງ​ລູກ​ໂທດ​ໃນ​ທີ່​ສຸດ, ທີມ​ຫວຽດ​ນາມ​​ກໍ​ສາ​ມາດ​ເອົາຊະ​ນະ​ທີມ​ຊອກ​ດາ​ນີ 5 ຕໍ່ 3 ປະ​ຕູ​ແລະ​ກາຍ​ເປັນ​ທີ​ມ​ທຳ​ອິດ​ທີ່ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ.

ໃນ​ການ​ແຂ່ງ​ຂັນ​ຍິງ​ລູກ​ໂທດ​ຄົນ​ທຳ​ອິດ, ສອງ​ທີມ​ໄດ້​ຍິງ​ເຂົ້າ​ໝົດ, ແຕ່​ວ່າ​ທີມ​ຊອກ​ດາ​ນີ​ ​ຍິງ​ບໍ່ເຂົ້າ​ປະ​ຕູ​ຄົນ​ທີ 2 ​ແລະ​​ຄົນ​ທີ 3, ເຖິງວ່າ​ທີມ​ຫວຽດ​ນາມ​​ຍິງບໍ່​ເຂົ້າ​ປະ​ຕູ​ໃນ​ຄົນ​ທີ 4, ແຕ່​ວ່າ​​ຄົນ​ທີ 5 ຍິງ​ເຂົ້າ​ປະ​ຕູ​ແລ້ວ​ຊະ​ນະ​ທີມ​ຊອກ​ດາ​ນີ.

ທີມ​ຫວຽດ​ນາມ​ຈະ​ພົບ​ກັບ​ການ​ແຂ່ງ​ຂັ​ນ​​ຍາກກວ່າ​ເກົ່າ​ໃນ​ການ​ແຂ່ງ​ຂັນ​ຮອບກ່ອນ​ຮອ​ງ​ຊະ​ນະ​ເລີດ, ຄູ່​ແຂ່ງ​ຂອງ​ທີມ​ຫວຽດ​ນາມ​ອາດ​ຈະ​ແມ່ນ​ທີມ​ຍີ່​ປຸ່ນ​​ຫຼືທີມ​ຊາອ​ດິດ​ອາ​ຣັບ​ບີ​.

ຄຳ​ເຫັນ

0