李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລ​ວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ຈີນ​ໃນ​ປີ 2018 ບັນ​ລຸກວ່າ 90 ພັນ​ຕື້ຢວນ

2019-01-21 16:28:31 cri

    ວັນ​ທີ 21 ມັງ​ກອນນີ້, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ ໄດ້​ເປີດ​ເຜີຍ​ຂໍ້​ມູນ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຕາມ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ​ປີ 2018 ຜ່ານ​ມາ ​ບັນ​ລຸຫຼາຍກວ່າ 90.000 ຕື້ຢວນ, ຖ້າ​ຄິດ​ໄລ່​ຕາມ​ລາ​ຄາ​ທີ່​ປຽບ​ທຽບ​​ແລ້ວ​ເຫັນ​ວ່າ ໄດ້​ເພີ່​ມຂຶ້ນ 6,6% ເມື່ອ​ທຽບ​ໃສ່​ປີ 2017, ເຊິ່ງ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​ໄວ້​ຄື 6,5%.

    ສ່ວນ​ຂໍ້​ມູນ​ໃນ​ແຕ່​ລະ​ໄຕ​ມາດ​ຄື: ໄຕ​ມາດ​ທີ 1 ເພີ່ມ​ຂຶ້ນ 6,8%, ທີ 2 ເພີ່ມ​ຂຶ້ນ 6,7%, ທີ 3 ເພີ່ມ​ຂຶ້ນ 6,5% ແລະ​ທີ 4 ເພີ່ມ​ຂຶ້ນ 6,4%.

ຄຳ​ເຫັນ

0