蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ, ອົ​ສ​ຕ​ຣາ​ລີ ແລະ ຍີ່​ປຸ່ນ​ໄດ້ຜ່ານ​ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ

2019-01-22 16:04:47 CRI

ວັນ​ທີ 21 ມັງ​ກອນ​ນີ້, ການ​ແຂ່ງ​ຂັນ​ເຕະ​ບານ​ຊີງ​ຂັນ​ອາ​ຊີ​ປີ 2019 ໄດ້​ສ​ສິ້ນ​ສຸດ​ການ​ແຂ່ງ​ຂັນ 3 ນັດ, ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດເອົາ​ຊະ​ນະ​ກຽກ​ກິດ​ສະ​ຖານ​3 ຕໍ່ 2 ປະ​ຕູ​ໃນ​ການ​ທົດ​ເວ​ລາ, ອົ​ສ​ຕ​ຣາ​ລີ​ເອົາ​ຊະ​ນະ​ອຸ​ສ​ເບ​ກີ​ສະ​ຖານ​ 4 ຕໍ່ 2 ປະ​ຕູ ແລະ ຍີ່​ປຸ່ນ​ເອົາ​ຊະ​ນະ​ຊາ​ອູ​ດິດ​ອາ​ຣາ​ບີ 1 ຕໍ່ 0 ປະ​ຕູ. 3 ທີມ​ທີ່​ຊະ​ນະ​ນີ້​ຜ່ານ​ເຂົ້າ​ໄປຫຼິ້ນ​ໃນ​ຮອບ 8 ທີມ​ສຸດ​ທ້າຍ.

ທີມ​ຍີ່​ປຸ່ນ​ຈະ​ແຂ່ງ​ກັບ​ທີມ​ຫວຽດ​ນາມ​ໃນ​ຮອບ 8 ທີມ​ສຸດ​ທ້າຍ.

ວັນ​ທີ 22 ມັງ​ກອນ​ນີ້, ການ​ແຂ່ງ​ຂັນ​ຊີງ​ຂັນ​ອາ​ຊີ​ປີ 2019 ຍັງ​ຈະ​ມີ​ການ​ແຂ່ງ​ຂັນ​ຮອບ 16 ທີມ​ສຸດ​ທ້າຍ​ 2 ນັດ ຄື ສ.ເກົາຫຼີ​​ພົບກັບ​ບາ​ເຣນ ແລະ ກາ​ຕາ​ພົບກັບ​ອີ​ຣັກ.

ຄຳ​ເຫັນ

0