覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ອ້າງ​ເຫດ​ຜົນ ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ເພື່ອໃສ່​ຮ້າຍ​ປ້າຍ​ສີ​ແລະ​ກີດ​ກັ້ນ​ວິ​ສາ​ຫະ​ກິດ​ຈີນ

2019-01-22 11:16:07 cri

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ: ອາ​ເມ​ຣິ​ກາ​ອ້າງ​ເຫດ​ຜົນ​ເພື່ອ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຕາມ​ລຳ​ພັງ​ໃຈ​ ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ກີດ​ກັ້ນ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ປົກ​ກະ​ຕິ​ຂອງວິ​ສາ​ຫະ​ກິດ​ຈີນ. ອາ​ເມ​ຣິ​ກາ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ເປັນ​ຈິງ ແລະ​​ລະ​ແວງຈົນ​ສົງ​ໄສ​ທຸກ​ສິ່ງ​ທຸກ​ຢ່າງ​ນັ້ນ ແມ່ນ​ແຕ່​ພັນ​ທະ​ມິດ​ຂອງ​ເຂົາ​ເອງ​ກໍ​ຮູ້​ສຶກວ່າ​ມັນ​ເປັນ​ເລື່ອງ​ຕະຫຼົກ.
 

​ມີ​ຂ່າວ​ແຈ້ງວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​ໄດ້​ເຕືອນ​ໃຫ້​ອິ​ສ​ຣາ​ແອນ​ຍົກ​ເລີກ​ໂຄງ​ການ​ທີ່​ຈີນ​ລົງ​ທຶນ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ທ່າ​ກຳ​ປັ່ນໄຮ​ຟາ. ຕໍ່​ກໍ​ລະ​ນີ​ນີ້, ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອນ​ທີ່​ບໍ່​ປະ​ສົງ​ອອກ​ນາມ​ຜູ້​ໜຶ່ງ​ກ່າວ​ວ່າ: ຄຳ​ເຕືອນ​ຂອງ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ເຖິງ​ຄວາມ​ໝັ້ນ​ຄົງ​ຈາກ​ຈີນ​ນັ້ນຄື​ເລື່ອງ​ຕະຫຼົກ. ຖ້າ​ຫາກ​ຈີນ​ຢາກ​ເກັບ​ກຳ​ຂ່າວ​ລັບ, ກໍ​ສາ​ມາດ​ເຊົ່າ​ເຮືອນ​ອາ​ພາດ​ເມນ​ຊຸດ​ໜຶ່ງ​ຢູ່​ເມືອງ​ໄຮ​ຟາ  ຫາກ​ບໍ່​ແມ່ນ​ລົງ​ທຶນ​​ມະ​ຫາ​ສານ​ສ້າງ​ທ່າ​ກຳ​ປັ່ນ​ແຫ່ງ​ໜຶ່ງ.
 

ຕໍ່​ກັ​ບ​ເລື່ອງ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ວ່າ: “ອາ​ເມ​ຣິ​ກາ​ຖື ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເປັນ​ຂໍ້​ອ້າງ​ຕາມ​ລຳ​ພັງ​ໃຈ” ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ກີດ​ກັ້ນ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ປົກ​ກະ​ຕິ​ຂອງວິ​ສາ​ຫະ​ກິດ​ຈີນ. ໃນ​ບັນ​ຫາ​ນີ້, ອາ​ເມ​ຣິ​ກາ​ບໍ່​ເອົາ​ຫົວ​ຊາ​ຕໍ່​ຄວາມ​ເປັນ​ຈິງມີ​ແຕ່​ລະ​ແວງ​ສົງ​ໄສ​ທຸກ​ສິ່ງ​​ທຸກຢ່າງ​ອີກ​ແລ້ວ​ອີກ​ຕື່ມ ແມ່ນ​ແຕ່​ພັນ​ທະ​ມິດ​ຂອງ​ອາ​ເມ​ຣິ​ກາ​ເອງ​ກໍ​ຮູ້​ສຶກ​​ວ່າ​ເປັນ​ເລື່ອງ​ຕະຫຼົກ, ຍັງ​ຈຳ​ເປັນ​ໃຫ້​ຈີນ​ວິ​ເຄາະ​ອີກ​ບໍ່?

ຄຳ​ເຫັນ

0