吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເສດຖະກິດ​ໂລກ​ໃນ​ປີ 2019 ​ແລະ 2020 ຈະ​​ເຕີບ​ໂຕ 3%

2019-01-22 17:12:28 cri

ວັນ​ທີ 21 ມັງກອນ​ນີ້, ອົງການ​ສະຫະ​ປະຊາ​ຊາດ​ໄດ້​​ເປີດ​ເຜີຍບົດ​ລາຍ​ງານ​ “ສະຖານະ​ການ ​ແລະການຄາດ​ຄະ​ເນ​ເສດຖະກິ​ດ​ໂລກ​ໃນ​ປີ 2019”, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​​ຈະຍັງ​ຢູ່​ໃນ​ລະດັບ 3% ໃນ​ປີ 2019 ​ແລະ 2020 .

ບົດ​ລາຍ​ງານ​ຍັງ​ໄດ້​ຊີ້ໃຫ້​ເຫັນ​ວ່າ: ​ເນື່ອງ​ຈາກ​ຄວາມ​ຂັດ​ແຍ້​ງດ້ານການ​ຄ້າຮຸນ​ແຮງ​ຂຶ້ນ, ​​ເຮັດ​ໃຫ້​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຫຼຸ​ດ​ຈາກ 5,3% ​ໃນ​ປີ 2017 ​ລົງ​ເຫຼືອ 3,8% ​ໃນ​ປີ 2018. ສະຖານະ​ການຄວາມ​ຂັດ​ແຍ້​ງດ້ານການ​ຄ້າ​ໃນ​ໄລຍະ​ຍາວ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ໂລກ.

ທ່ານ​ແອ​​ລຽດ ​ແຮຣີສ ​​​ຫົວໜ້າ​ນັກ​ເສດຖະສາດ ທັງ​​ເປັນ​ຜູ້​ຊ່ວຍ​ເລຂາທິການ​ໃຫຍ່​ອົງການ ສປຊ ທີ່​ຮັບຜິດຊອບ​ພາລະກິດ​ການ​ພັດທະນາ​ເສດຖະກິດ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ: ຄວາມ​ຂັດ​ແຍ້​ງດ້ານການ​ຄ້າ, ການ​ຕິດ​ໜີ້​ສິນ​ຢ່າງ​ຫຼວງ​ຫຼາຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ບັນຫາ​ອື່ນໆ​​ໄດ້​ສ້າງ​ຄວາມ​ສ່ຽງ​ໃຫ້​ແກ່ການພັດທະ​ນາ​ເສດຖະກິດ, ບັນດາ​ປະ​ເທດ​ຄວນປະສານ​ງານ​ຢ່າ​ງເປັນ​ເອກະ​ພາບ​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ.

ຄຳ​ເຫັນ

0