蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ສົ່ງ​ດາວ​ທຽມ 01/02 ສະ​ແປັກ​ຕ​ຣຳ “ຈີ໋​ຫຼິນ 1” ຢ່າງ​ສຳ​ເລັດ​ຜົນ

2019-01-22 16:05:41 CRI

ເວ​ລາ 13 ໂມງ 42 ນາ​ທີ​ວັນ​ທີ 21 ມັງ​ກອນ​ນີ້, ຈີນ​ໄດ້​​ຍິງ​ສົ່ງ​ດາວ​ທຽມ 01/02 ​ສະ​ແປັກ​ຕ​ຣຳ “ຈີ໋ຫຼິນ 1”, ດາວ​ທຽມຫຼິງ​ເຊວ້-1A ແລະ ດາວ​ທຽມ​ຊຽວ​ຊຽງ​ໜຶ່ງ 03 ດ້ວຍ​ຈະຫຼວດ​ສົ່ງ​ຍານ​​ສາງ​ເຈິ່ງ 11 ຢ່າງ​ສຳ​ເລັດ​ຜົນ, ດາວ​ທຽມ​ລ້ວນ​ແຕ່​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ທີ່​ກຳ​ນົດ​ໄວ້ ເຊິ່ງ​ເປັນ​ການ​ສົ່ງ​ດາວ​ທຽມ​ຄັ້ງ​ທີ 299 ຂອງ​ຈະ​ຫຼວດ​ສົ່ງ​ຍານ​ຊາງ​ເຈິ່ງ​ຂອງ​ຈີນ.

​ ດາວ​ທຽມ 01/02 ​ສະ​ແປັກ​ຕ​ຣຳ “ຈີ໋​ຫຼິນ 1” ເປັນ​ດາວ​ທຽມ​ສະ​ແປັກ​ຕາ​ຣຳແບບ​ໃໝ່​ທີ່​ບໍ​ລິ​ສັດ​ເຕັກ​ນິກ​ດາວ​ທຽມ​ສາງກວ່າງ​ຄົ້ນ​ຄວ້າ​ຜະ​ລິດ​ເອງ, ໄດ້​ເຊື່ອ​ມ​ເຂົ້າ​ເຄືອ​ຂ່າຍ​ດາວ​ທຽມ “ຈີ໋ຫຼິນ 1” 10 ໜ່ວຍ​ທີ່​​ໄດ້​ສົ່ງ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ​ມາ​ແລ້ວກ່ອນ​ໜ້າ​ນີ້ ເພື່ອ​ໃຫ້​ການ​ບໍ​ລິ​ການ​ຂໍ້​ມູນ​​ບັນ​ຊາ​ທາງ​ໄກ ແລະ ຜະ​ລິດ​ຕະ​ພັນບໍ​ລິ​ການ​ດ້ານ​ອື່ນໆ​ໃຫ້​ແກ່​ລູກ​ຄ້າ​ໃນ​ຂະ​ແໜງ​ການ​ປ່າ​ໄມ້, ທົ່ງ​ຫຍ້າ, ການ​ເດີນ​ເຮືອ, ທະ​ເລ, ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ຄຳ​ເຫັນ

0