覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທີ່​ໂຄງ​ການ​ຂອງບໍ​ລິ​ສັດ​ຈີນ​ປະ​ຈຳ​ເຄັນ​ຢາ​ແຫ່ງ​ໜຶ່ງ​ຖືກ​ກຸ່ມ​ປະ​ກອບ​ອາ​ວຸດຫຼອນ​ໂຈມ​ຕີ

2019-01-22 14:49:58 cri

ວັນ​ທີ 21 ມັງ​ກອນ​ນີ້, ເຈົ້າ​ໜ້າ​ທີ່​ເຄັນ​ຢາ​ເປີດ​ເຜີຍ​ວ່າ: ຄືນ​ວັນ​ທີ 20 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ຖານ​ທີ່​ກໍ່​ສ້າງ​ໂຄງ​ການ C81ຂອງ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ຈົ່ງ​ເມີຍ​ຈ່ຽງ​ຊີ​ຈີນ​ຈຳ​ກັດ​ປະ​ຈຳ​ຢູ່​ເຂດ​ກາ​ຣິ​ຊາ​ປະ​ເທດ​ເຄັນ​ຢາ​ຖືກ​ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ບໍ່​ຊາບ​ຝ່າຍ​ກຸ່ມ​ໜຶ່ງຫຼອນ​ໂຈມ​ຕີ ເຮັດ​ໃຫ້​ຊາວ​ບ້ານ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ໄດ້​ຮັບ​ບາດ​ເຈັບ, ​ແຕ່ພະ​ນັກ​ງານ​ຝ່າຍ​ຈີນ​ປອດ​ໄພ.
 

 ຫົວ​ໜ້າ​ອົງ​ການ​ຕຳຫຼວດ​ລັດ​ກາ​ຣິ​ຊາ​ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ວ່າ: ຢ່າງ​ໜ້ອຍ​ມີ​ຊາວ​ບ້ານ​ໜຶ່ງ​ຄົນ​ໄດ້​ຮັບ​ບ​າດ​ເຈັບ​ໃນ​ເຫດ​ການ​ຄັ້ງ​ນີ້, ປັດ​ຈຸ​ບັນ​ກໍ​ລັງ ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແລະ​ມີ​ອາ​ການ​​ຊົງ​ຕົວ. ກຸ່ມ​ປະ​ກອບ​ອາ​ວຸດຫຼາຍ​ຄົນ​ຖືກ​ຍິງ​ບາດ​ເຈັບ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກຳ​ລັງ​ຄົ້ນ​ຫາ​ເພື່ອ​ຈັບ​ຕົວ​ຜູ້​ປະ​ກອບ​ອາ​ວຸດ​ເຫຼົ່າ​ນີ້.
 

   ຊາວ​ບ້ານ​ທ້ອງ​ຖິ່ນ​ທີ່​ບໍ່​ປະ​ສົງ​ອອກ​ນາມ​ຄົນ​ໜຶ່ງບອກ​ກັບ​ນັກ​ຂ່າວ​ວ່າ: ຄືນ​ວັນ​ທີ 20 ມັງ​ກອນ​ນີ້,  ​ກຸ່ມປະ​ກອບ​ອາ​ວຸດປືນ​ຍາວAK47 ປະ​ມານ 10 ຄົນ​ໄດ້​ຈີ້​ຕົວ​ຊາວ​ບ້ານ​ຄົນ​ໜຶ່ງ ​ທັງ​ສັ່ງ​ໃຫ້​ລາວ​ນຳ​ທາງ​ໄປ​ສະ​ຖານທີ່​ຕັ້​ມ​ຂອງ​ບໍ​ລິ​ສັດ​ຈີນ.
 

 ​ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຍັງ​ບໍ່​ສາ​ມາດ​ສະຫຼຸບ​ໄດ້​ວ່າ ເຫດ​ການ​ເທື່ອ​ນີ້​ເປັນ​ເຫດຫຼອນ​ໂຈມ​ຕີ​​ແບບກໍ່​ການ​ຮ້າຍຫຼື​ບໍ່?

ຄຳ​ເຫັນ

0