李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບ​ສັນ​ຍາ​ຖອນ​ອອກ​ຈ​າກ​ສະ​ຫະ​ພາບ​ເອີ​ຣົບ

2019-01-22 10:54:58 cri

    ວັນ​ທີ 21 ມັງ​ກອນນີ້, ທ່ານ​ນາງ ເທ​ເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ: ຕົນ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັບ​ບາງ​ພັກ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ສັນ​ຍາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ຖືກ​ລັດ​ຖະ​ສະ​ພາ​ປະ​ຕິ​ເສດ​ໃນ​ກ່ອນ​ໜ້ານີ້ ແລະ ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ຣົບ.

    ທ່ານ​ນາງ ເທ​ເຣ​ຊາ ເມ ກ່າວ​ຢູ່​ສະ​ພາ​ຕ່ຳ​ອັງ​ກິດ​ໃນ​ມື້​ດຽວ​ກັນ​ວ່າ: ຕົນ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັບ​ພັກ​ຝ່າຍ​ຕ່າງໆ ເຊັ່ນ: ພັກ​ປະ​ຊາ​ທິ​ປະ​ໄຕ​ເອ​ກະ​ພາບ​ອຽກ​ລັງ​ເໜືອ​ເປັນ​ຕົ້ນ ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ຂອງ​ອຽກ​ລັງຫຼັງ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ. ນາງ​ກ່າວ​ເນັ້ນ​ວ່າ: ຕົນ​ບໍ່​ເຫັນ​ວ່າ ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເລື່ອນ​ເວ​ລາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢູ່​ສະ​ພາ​ຕ່ຳ, ແລະ​ການ​ຍົກ​ເລີກ​ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ ກໍ​ຝືນ​ກັບ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ທົ່ວ​​ປະ​ເທດ​ຂອ​ງ​ອັງ​ກິດ​ທີ່​ຈັດ​ຈຶ້ນ​ໃນ​ປີ 2016.

    ວັນ​ທີ 15 ມັງ​ກອນນີ້, ສະ​ພາ​ຕ່ຳ​ອັງ​ກິດ​ໄດ້​ລົງ​ຄະ​ແນນ​ສຽງ​ປະ​ຕິ​ເສດ​ສັນ​ຍາ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ລັດ​ຖະ​ບານ​ອັງ​ກິດ​ເຊັນ​ກັບ​ສະ​ຫະ​ພາ​ບ​ເອີ​ຣົບ​ໃນ​ກ່ອນ​ໜ້ານີ້, ແຕ່​ພັກ​ຝ່າຍ​ຕ່າງໆ ເຊັ່ນ: ພັກ​ປະ​ຊາ​ທິ​ປະ​ໄຕ​ເອ​ກະ​ພາບ​ອຽກ​ລັງ​ເໜືອ ເປັນ​ຕົ້ນ​ໄດ້​ລົງ​ຄະ​ແນນ​ສຽງ​ບໍ່​ເຫັນ​ດີ.
 

ຄຳ​ເຫັນ

0