黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ແຜ່ນ​ດິນ​ໄຫວ​ 6,2 ລິກ​ເຕີຢູ່​ອິນ​ໂດ​ເນ​ເຊຍ

2019-01-22 14:34:00 cri

ຕອນ​ເຊົ້າ​ວັນ​ທີ 22 ມັງ​ກອນ​ນີ້, ເຂດ​ທະ​ເລ​ໃກ້​​ແຂວງ​ນູ​ຊາ​ເຕັງກາ​ຣາ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນ​ດິນ​ໄຫວ 6,2 ລິກ​ເຕີ, ປັດ​ຈຸ​ບັນ​ຍັງ​ບໍ່​ມີລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ.

ເວັບ​ໄຊ​ກົມອຸ​ຕຸ​ນິ​ຍົມ, ດິນ​ຟ້າ​ອາ​ກາດ​ແລະ​​ຟິ​ຊິກ​ໂລກ​ອິນ​ໂດ​ເນ​ເຊຍເປີດ​ເຜີຍ​ວ່າ, ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ​ 6 ໂມງ 59 ນາ​ທີ​ຕາມ​ເວ​ລາ​ຈາ​ກາ​ຕາ, ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ 103 ກິ​ໂລ​ແມັດ​ຫ່າງ​ຈາກ​ເກາະ​ຊຸມ​ບາ​ແຂວງ​ນູ​ຊາ​ເຕັງກາ​ຣາ​ຕາ​ເວັນ​ອອກ, ​ສູນ​ກາງ​ແຜ່ນ​ດິນ​ໄຫວ​​ເລິກ​ໄປ​ໃນໃຕ້​ດິນ 10 ກິ​ໂລ​ແມັດ.

ກົມອຸ​ຕຸ​ນິ​ຍົມ, ດິນ​ຟ້າ​ອາ​ກາດ​ແລະ​​ຟິ​ຊິກ​ໂລກ​ອິນ​ໂດ​ເນ​ເຊຍ​ໄດ້​ບັນ​ທຶກວ່າ​ເກາະ​ດອນ​ແລະ​ເມືອງ​ທີ່​ໃກ້​ກັບ​​ສູນ​ກາງ​ແຜ່ນ​ດິນ​ໄຫວ​ສາ​ມາດ​ຮັບ​ຮູ້​ໄດ້​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ອ່າວ​ແຮງ. ພາຍ​ຫຼັງ​ເກີດ​ແຜ່ນ​ດິນ​ໄຫວ​ແລ້ວ, ຍັງ​ໄດ້​ເກີດ​ແຮງ​ສັ່ນ​ສະ​ເທືອນ​ຕາມ​ຫຼັງ 5,2 ລິກ​ເຕີ​​ອີກຄັ້ງ​ໜຶ່ງ. ກົມ​ດັ່ງ​ກ່າວ​ບໍ່​ໄດ້​ອອກ​ຄຳ​ເຕືອນ​ຄື້ນ​ຊື​ນາ​ມີ​ຫຼັງ​ເກີດ​ແຜ່​ນ​ດິນ​ໄຫວ​ຄັ້ງ​ນີ້.

ຄຳ​ເຫັນ

0